ເອັດສຊີຈີ ສານຕໍ່ຄວາມໄຝ່ຝັນໃຫ້ແກ່ນັກຮຽນ

  ວັນທີ 14 ພະຈິກ 2019,ນະຄອນຫຼວງວຽງຈັນ ເອັດສຊີຈີ ຮ່ວມກັບພະແນກສຶກສານະຄອນຫຼວງວຽງຈັນ ແລະສະມາຄົມຮ່ວມນໍ້າໃຈກັບເດັກນ້ອຍລາວລົງພື້ນທີ່ຢ້ຽມຢາມນ້ອງໆນັກຮຽນທີ່ສະໝັກຮັບທຶນການສຶກສາໃນໂຄງການ SCG Sharing the Dream 2019 ໂດຍມີສື່ມວນຊົນໄປຮັບຮູ້ການດໍາລົງຊີວິດໃນແຕ່ລະມື້ຂອງນັກຮຽນພ້ອມໂອ້ລົມນໍາຜູ້ປົກຄອງຢ່າງໃກ້ຊິດເພື່ອໃຫ້ເຂົ້າໃຈເຖິງອຸປະສັກຂອງນ້ອງໆໃນການສຶກສາຂອງແຕ່ລະຄອບຄົວຢ່າງແທ້ຈິງຊຶ່ງຈະນໍາມາໃຊ້ພັດທະນາການສະໜັບສະໜຸນການສຶກສາຕໍ່ໄປໂດຍນອກເໜືອຈາກອຸປະສັກດ້ານການເງິນແລ້ວເອັດສຊີຈີ ຍັງເນັ້ນການສະໜັບສະໜຸນນັກຮຽນທີ່ມີຄວາມໄຝ່ຝັນນໍາອີກ.

ໂຄງການມອບທຶນການສຶກສາ SCG Sharing the Dream ໃນປີນີ້ເອັດສຊີຈີ ໄດ້ດໍາເນີນການມາເປັນປີທີ 8 ແລະຍັງຄົງສືບຕໍ່ມອບໂອກາດໃຫ້ນັກຮຽນທີ່ມຸ້ງໜັ້ນຢາກມີການສຶກສາທີ່ດີຂຶ້ນແຕ່ຂາດ ແຄນກໍາລັງທຶນຮອນຊຶ່ງໄດ້ດໍາເນີນການມອບທຶນການສຶກສາໃຫ້ ແກ່ນັກຮຽນໃນ ສປປ ລາວ ຢ່າງຕໍ່ເນື່ອງ ໂດຍໃນປີນີ້ ເອັດສຊີຈີ ມີແຜນມອບທຶນການສຶກສາໃຫ້ກັບນັກຮຽນລະດັບມັດທະຍົມຕອນປາຍຈໍານວນ 300 ທຶນ (ນະຄອນຫຼວງວຽງຈັນ 160 ທຶນ ແລະ ແຂວງຄໍາມ່ວນ 140 ທຶນ) ເພື່ອຕື່ມເຕັມຄວາມຝັນໃຫ້ແກ່ເດັກນັກຮຽນທີ່ມຸ້ງໝັ້ນປະກອບອາຊີບໃນສາຂາວິຊາທີ່ຕັ້ງໃຈໃຫ້ສໍາເລັດໄດ້ຢ່າງແທ້ຈິງ.

ສະໜັບສະໜຸນໂດຍ: HONDA

ນອກຈາກນີ້ ເອັດສຊີຈີ ຍັງໄດ້ຂະຫຍາຍການມອບທຶນການສຶກສາໃຫ້ແກ່ນັກສຶກສາລະດັບປະລິນຍາຕີທີ່ຂາດແຄນທຶນຮອນໃນປີນີ້ອີກ 10 ທຶນຫຼັງຈາກທີ່ໄດ້ມອບທຶນລະດັບປະລິນຍາຕີໄປໃນປີທີ່ຜ່ານມາເປັນປີທໍາອິດຈໍານວນ 10 ທຶນ ຊຶ່ງທຶນດັ່ງກ່າວຈະເນັ້ນໜັກການສະໜັບສະໜຸນນັກສຶກສາທີ່ມີຄວາມໄຝ່ຝັນໃນການສໍາເລັດການສຶກສາ ແລະປະກອບອາຊີບເພື່ອເປັນກໍາລັງສໍາຄັນໃນການພັດທະນາປະເທດຕໍ່ໄປຊຶ່ງເອັດສຊີຈີ ຈະສະໜັບສະໜຸນຈົນກວ່າຈະສໍາເລັດການສຶກສາໂດຍນອກຈາກການສະໜັບສະໜຸນທາງດ້ານການເງິນ ແລ້ວຍັງມີກິດຈະກໍາເພື່ອພັດທະນາສັກກາຍະພາບ ແລະເສີມສ້າງຄຸນນະທໍາຕະຫຼອດໂຄງການອີກດ້ວຍ, ເອັດສຊີຈີເຊື່ອໝັ້ນວ່າໂຄງການມອບທຶນການສຶກສາ SCG Sharing the Dream ຈະເປັນການມອບໂອກາດທີ່ດີໃຫ້ກັບນ້ອງໆເຍົາວະຊົນທຸກຄົນທີ່ມີຄວາມມຸ້ງໝັ້ນຕັ້ງໃຈໃນການສຶກສາຮ່ໍ່າຮຽນສາມາດພັດທະນາໂຕເອງໃຫ້ເປັນບຸກຄະລາກອນທີ່ມີຄຸນຄ່າ ແລະເປັນປະໂຫຍດໃຫ້ແກ່ໂຕເອງ ແລະສັງ ຄົມ.

ເອັດສຊີຈີ ກຸ່ມບໍລິສັດຊັ້ນນໍາໃນຂອບເຂດອາຊຽນປະຈຸບັນປະກອບດ້ວຍ 3 ທຸລະກິດຫຼັກຄື:ທຸລະກິດຊີມັງ-ຜະລິດຕະພັນກໍ່ສ້າງ, ເຄມີໂຄ ແລະທຸລະກິດແພັກເກັດຈິ້ງຕະຫຼອດໄລຍະຫຼາຍກວ່າ 106 ປີ ເອັດສຊີຈີ ດໍາເນີນທຸລະກິດຕາມ ແນວທາງການພັດທະນາແບບຍືນຍົງພາຍໃຕ້ຫຼັກການທີ່ດີມຸ້ງສູ່ຄວາເປັນຜູ້ນໍາໃນອາຊຽນ ແລະກຽມ ພ້ອມສໍາລັບການແຂ່ງຂັນລະດັບ ໂລກ, ເອັດສຊີຈີ ເລີ່ມດໍາເນີນທຸລະກິດໃນ ສປປ ລາວ ແຕ່ປີ 2003 ພາຍໃຕ້ 4 ບໍລິສັດຄື: Kham mouane Cement Limited (KCL), SCG International Laos Co., Ltd., CPAC Lao ແລະSCG Logistics (Lao) ເພື່ອຜະລິດ ແລະຈັດຈໍາໜ່າຍຊີມັງສິນຄ້າວັດສະດຸກໍ່ສ້າງ ແລະເຄື່ອງ ຕົບແຕ່ງເຮືອນຄົບວົງຈອນພາຍໃຕ້ ຍີ່ຫໍ້ SCG ແລະCotto ເຊັ່ນ: ສິນຄ້າກຸ່ມຫຼັງຄາເຮືອນ, ຝາຜະໜັງ ແລະເພດານ,ກະໂລ້ເຊຣາມິກ,ສະນວນກັນຄວາມຮ້ອນ ແລະອື່ນໆ.

-------------------

ພາບ ແລະຂ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ