3 ສະໝຸນໄພ ຊ່ວຍກໍາຈັດຂີ້ໄຄ

  ຂີ້ໄຄ ເກີດຈາກຫຼາຍສາ ເຫດທັງຈາກກາຍະພາບຂອງແຕ່ລະຄົນ, ອຸນຫະພູມ, ສະພາບແວດ ລ້ອມ ໂດຍສະເພາະຄົນທີ່ເຮັດວຽກໃນບ່ອນທີ່ມີແດດ,ມີເຫື່ອອອກຫຼາຍໝົດມື້ຈະເຮັດໃຫ້ມີຂີ້ໄຄຫຼາຍກວ່າຄົນທີ່ເຮັດວຽກໃນຫ້ອງການຢ່າງແນ່ນອນ ແລະບາງຄັ້ງຍັງສົ່ງຜົນເຮັດໃຫ້ເກີດກິ່ນຕົວທີ່ຮຸນແຮງດັ່ງນັ້ນການນຳວິທີຂັດຂີ້ໄຄມາໃຊ້ໃຫ້ຖືກຕ້ອງ ຈຶ່ງມີຄວາມສຳຄັນຫຼາຍ.

  1. ກໍາຈັດຂີ້ໄຄດ້ວຍໝາກຂາມປຽກນໍາເອົານໍ້າໝາກຂາມມາຂັດຜິວຈົນທົ່ວລໍາຕົວແລ້ວປະໄວ້ປະມານ 10-15 ນາທີ ຫຼັງຈາກນັ້ນເອົາໃຍບວບມາຂັດຊໍ້າອີກຄັ້ງຈາກນັ້ນກໍລ້າງອອກແລ້ວອາບນໍ້າຟອກສະບູຕາມປົກກະຕິແນະນໍາເຮັດທິດລະ 2 ເທື່ອຈະຊ່ວຍຂັດຂີ້ໄຄໄດ້ດີ ແລະເຮັດໃຫ້ຜິວນຸ້ມອີກດ້ວຍ.
  2. ຂັດຜິວດ້ວຍເກືອ, ເກືອທີ່ປະສົມວິຕາມິນຫຼາຍໆຊະນິດຄວນຊື້ມາຂັດຜິວອາທິດລະ 2 ຄັ້ງ ເພື່ອຊ່ວຍໃນເລື່ອງຂອງການຂັດເຊວ ຜິວ ແລະກຳຈັດຄາບເຫື່ອໄຫຼຕ່າງໆ ໃຫ້ຫຼຸດອອກໄປໃຫ້ໝົດ.

ຂັດຜິວດ້ວຍກາກກາເຟ ໂດຍນໍາເອົາກາກມາຂັດໃຫ້ທົ່ວລໍາຕົວຂອງເຮົາຈະຊ່ວຍຂັດຂີ້ໄຄອອກໄດ້ດີ ແລະຊ່ວຍໃຫ້ຜິວນຸ່ມອີກດ້ວຍ.

 -------------------------------

ພາບ ແລະຂ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ