ປູຫິມະ ແພງທີ່ສຸດໃນໂລກ ມູນຄ່າ 46 ພັນໂດລາ

ປູຫິມະທີ່ຈັບໄດ້ໃນແຂວງ ທົດໂຕຣິຂອງຍີ່ປຸ່ນ ກາຍເປັນຂ່າວ ດັງໄປທົ່ວໂລກ ຫຼັງຈາກສ້າງລາຄາຂາຍໃນການປະມູນເຖິງ 5 ລ້ານເຢນ (46 ພັນໂດລາສະຫະ ລັດ), ກາຍເປັນປູຫິມະແພງທີ່ສຸດ ໃນໂລກ.

ສຳນັກຂ່າວຕ່າງປະເທດລາຍ ງານຈາກນະຄອນໂຕກຽວປະເທດ ຍີ່ປຸ່ນລະບຸວ່າຕະຫຼາດຂາຍອາຫານທະເລທີ່ເມືອງທົດໂຕຣິ ໃນ ແຂວງທົດໂຕຣິ ທາງຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນຈັດການປະມູນ ປູຫິມະລະດັບ 5 ດາວ ໂດຍມີນ້ຳ ໜັກ 1,24 ກິໂລກຣາມ ແລະລັດສະໝີລະຫວ່າງກ້າມຍາວທີ່ສຸດທັງສອງຂ້າງຄື 14,6 ຊັງຕີແມັດ ໂດຍການປະມູນມີຂຶ້ນໃນທ້າຍອາທິດທີ່ຜ່ານມາ ແລະຜູ້ຊະນະຄືບໍລິສັດຂາຍຍ່ອຍອາຫານທະເລໃນພື້ນທີ່ຄາເນມາສະຮາມາຊິຕະໂຊເຕັນ ດ້ວຍການສະເໜີລາຄາສຸດທ້າຍ 5 ລ້ານເຢນ (46 ພັນໂດລາ) ທຳລາຍສະຖິຕິການປະມູນປູຫິມະ ເມື່ອປີທີ່ຜ່ານມາ ຊຶ່ງລາຄາຢູ່ທີ່ 2 ລ້ານເຢນ ແລະຜູ້ຊະນະການປະມູນເມື່ອປີທີ່ຜ່ານມາກໍ່ຄືຄາເນມາສະຮາມາຊິຕະ ໂຊເຕັນ ຊຶ່ງໂຕແທນຂອງບໍລິສັດກ່າວວ່າຕັ້ງໃຈກັບມາປະມູນອີກຄັ້ງ ເພື່ອ ການທຳລາຍສະຖິຕິໂລກ.

ທັງນີ້ ທາງການແຂວງທົດໂຕຣິກຽມຍື່ນເລື່ອງໃຫ້ກິນເນສເວິລດ ເຣຄຄອດສ ບັນທຶກສະຖິຕິຢ່າງ ເປັນທາງການວ່າ ການປະມູນປູຫິມະທີ່ເມືອງທົດໂຕຣິໃນຄັ້ງນີ້ຖືເປັນປູລາຄາແພງທີ່ສຸດໃນໂລກ ນອກຈາກນີ້ ມີລາຍງານວ່າທາງບໍລິສັດໄດ້ຂາຍຕໍ່ປູໂຕນີ້ໃຫ້ແກ່ຮ້ານຊູຊິຊື່ດັງແຫ່ງໜຶ່ງໃນເຂດກິນຊາໃຈກາງນະຄອນໂຕກຽວແລ້ວ

---------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ