ຈີນເດີນໜ້າພັດທະນາເຕັກໂນໂລຊີ 6ຈີ

   ສປ ຈີນ ເລີ່ມພັດທະນາເຕັກໂນໂລຊີລະບົບ 6ຈີ ຢ່າງເປັນທາງການພຽງບໍ່ທໍ່ໃດວັນພາຍຫຼັງເປີດ ໃຫ້ບໍລິການລະບົບ 5ຈີ ທາງການ ຄ້າທົ່ວປະເທດ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ກະຊວງວິທະຍາສາດ ແລະເຕັກໂນໂລຊີຂອງຈີນອອກຖະແຫຼງການໃນທ້າຍອາທິດທີ່ຜ່ານມາວ່າປະກາດຈັດຕັ້ງຄະນະເຮັດວຽກສອງກຸ່ມເພື່ອດຳເນີນການວິໄຈ ແລະພັດທະເຕັກໂນໂລຊີສືສານ 6ຈີ ຢ່າງເປັນທາງການ,ການປະກາດຂອງຈີນໃນຄັ້ງນີ້ມີຂຶ້ນໃນໄລຍະເວລາບໍ່ເຖິງເດືອນ ຫຼັງຈາກທີ່ຈີນໄດ້ເປີດໃຫ້ບໍລິການເຄືອຂ່າຍ ສື່ສານ 5ຈີ ທາງການຄ້າຢ່າງເປັນ ທາງການທົ່ວປະເທດໃນເດືອນພະຈິກທີ່ຜ່ານມາ,ໂດຍຄະນະເຮັດວຽກ 2 ກຸ່ມນີ້ ກຸ່ມທຳອິດຈະປະກອບດ້ວຍໜ່ວຍງານລັດຖະບານທີ່ກ່ຽວຂ້ອງທີ່ຮັບຜິດຊອບໃນການ ສົ່ງເສີມການວິໄຈ ແລະພັດທະນາ 6ຈີ ຂະນະທີ່ອີກກຸ່ມໜຶ່ງຈະປະກອບ ດ້ວຍທີມນັກວິທະຍາສາດຈາກມະຫາວິທະຍາໄລ ແລະສະຖາບັນ ທົ່ວຈີນທັງ 37 ແຫ່ງ ຊຶ່ງຈະຊ່ວຍ ວຽກງານທາງດ້ານເຕັກນິກໃນການພັດທະນາເຕັກໂນໂລຊີ 6 ຈີ.

ທັງນີ້ ເຖິງແມ່ນວ່າເຕັກໂນໂລ ຊີ 6ຈີ ຂອງຈີນນັ້ນຍັງຢູ່ໃນຂັ້ນ ເລີ່ມຕົ້ນພ້ອມທັງຍັງບໍ່ຈະແຈ້ງໃນດ້ານເຕັກນິກວ່າ ລັກສະນະຂອງ 6 ຈີ ໃນຈີນຈະເປັນແນວໃດແຕ່ກໍສະແດງໃຫ້ເຫັນວ່າ ຈີນມຸ່ງໃຫ້ ຄວາມສຳຄັນຕໍ່ການພັດທະນາເຕັກໂນໂລຊີເພື່ອອະນາຄົດ ໂດຍຫວັງໃຫ້ກ້າວໜ້າຕໍ່ໄປໃນທົດສະວັດໜ້າຈີນສາມາດຂຶ້ນມາເປັນມະຫາອຳນາດທາງເຕັກໂນໂລຊີຂອງໂລກ ຄວບຄູ່ກັບການເປັນມະຫາອຳນາດທາງການຄ້າໃນປະຈຸບັນ.

--------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ