ໂຮງຮຽນ ມປ ດົງເຫັນ ແຂ່ງຂັນກີລາປະຈໍາປີ

   ເມື່ອບໍ່ດົນມານີ້ໂຮງຮຽນ ມັດທະຍົມປາຍ (ມປ) ດົງເຫັນໄດ້ຈັດພິທີເປີດການແຂ່ງຂັນກີລາປະຈໍາປີ 2019 ຂຶ້ນຢ່າງຄຶກຄື້ນມ່ວນຊື່ນໂດຍພາຍໃຕ້ການເຂົ້າຮ່ວມຂອງທ່ານ ສຸລິໂຍ ສີລາວົງ ຮອງເຈົ້າເມືອງອາດສະພັງທອງ,ທ່ານ ຄໍາຮູ້ ພູມມະລາດ ຮອງຫົວໜ້າ ຫ້ອງການສຶກສາທິການ ແລະກີລາເມືອງນອກນັ້ນຍັງມີຄະນະພັດທະນາການສຶກສາບ້ານດົງກິໂລ ແລະຄູ-ອາຈານພາຍໃນໂຮງຮຽນຕະຫຼອດຮອດນ້ອງນັກຮຽນກໍ່ໄດ້ເຂົ້າ ຮ່ວມ.

ທ່ານ ຄໍາພຸກ ບຸດຕະໂຄດ ຜູ້ອໍານວຍການໂຮງຮຽນ ມປ ດົງ ເຫັນໃຫ້ຮູ້ວ່າ: ໂຮງຮຽນມັດທະ ຍົມປາຍດົງເຫັນເປັນໂຮງຮຽນໜຶ່ງທີ່ຂຶ້ນກັບເມືອງອາດສະພັງທອງແຂວງສະຫວັນນະເຂດ ໃນປະຈຸບັນມີຄູ-ອາຈານທັງໝົດ 37 ຄົນ, ຍິງ 28 ຄົນ, ມີນັກຮຽນທັງໝົດ 356  ຄົນ, ຍິງ 211 ຄົນ, ແບ່ງອອກເປັນ 3 ຊັ້ນຮຽນຄື: ມ5, ມ6 ແລະຊັ້ນ ມ7, ມີ 15 ຫ້ອງຮຽນແຕ່ລະຊັ້ນ ແບ່ງອອກເປັນ 5 ຫ້ອງຮຽນ, ສໍາລັບການຈັດການແຂ່ງຂັນກີລາພາຍໃນໂຮງຮຽນປະຈໍາສົກປີ 2019-2020 ມີກີລາ 2 ປະເພດແຂ່ງຂັນຄື: ກີລາບານສົ່ງຍິງ,ຊາຍ ແລະກີລາບານເຕະຍິງ-ຊາຍໃນນັ້ນ ແບ່ງອອກເປັນ 4 ສາຍຂອງການແຂ່ງຂັນ.

 ທ່ານ ຄຳພຸກ ບຸດຕະໂຄດ ກ່າວ ຕື່ມວ່າ:ການຈັດການແຂ່ງຂັນກີລາໃນປີນີ້ແມ່ນເພື່ອການພັດທະນາກີລາພາຍໃນໂຮງຮຽນໃຫ້ມີຄວາມ ເຂັ້ມແຂງ,ເພື່ອຂັດເລືອກເອົາຕົວນັກກີລາ ແລະເພື່ອປະຕິບັດຕາມ ກົດໝາຍກົດລະບຽບຂອງພັກ-ລັດກໍ່ຄືກະຊວງສຶກສາທິການ ແລະກີລາວາງອອກໃນການຮໍ່າຮຽນ ແລະ ສິດສອນນັ້ນຕ້ອງໄປຄຽງຄູ່ກັບການສຶກສາຮໍ່າຮຽນໃນ 5 ຫຼັກມູນຂອງການສຶກສາຄື:ປັນຍາສຶກສາ,ຄຸນສົມບັດສຶກສາ,ສິລະປະສຶກສາ,ກໍາມະສຶກສາ ແລະແຮງງານ ສຶກສາ, ດັ່ງນັ້ນໂຮງຮຽນມັດທະຍົມປາຍດົງເຫັນຈຶ່ງໄດ້ຈັດການ ແຂ່ງຂັນກີລາໃນຄັ້ງນີ້ຂຶ້ນທັງເປັນການສ້າງບຸກຄະລາກອນທາງດ້ານກີລາໃຫ້ມີການພັດທະນາໄປສູ່ ສາກົນເທື່ອລະກ້າວ, ພ້ອມດຽວກັນນີ້ໃນພິທີດັ່ງກ່າວລູກສິດເກົ່າທີ່ ຮຽນຈົບຈາກໂຮງຮຽນມັດທະຍົມປາຍດົງເຫັນກໍ່ໄດ້ນໍາເຄື່ອງກີລາຈໍານວນ 15 ຊຸດ ແລະບານເຕະ 1 ໜ່ວຍມາມອບໃຫ້ແກ່ໂຮງຮຽນມັດທະຍົມປາຍເພື່ອນໍາໃຊ້ເຂົ້າໃນການແຂ່ງຂັນຕື່ມອີກດ້ວຍ.

ສະໜັບສະໜຸນໂດຍ: HONDA

ທັງນີ້ກໍ່ເພື່ອເປັນການສ້າງຄວາມສາມັກຄີຂອງນ້ອງນັກຮຽນລະຫວ່າງຊັ້ນຕໍ່ຊັ້ນ,ຫ້ອງຕໍ່ຫ້ອງ ແລະລະຫວ່າງຄູ-ອາຈານກັບນ້ອງນັກຮຽນໃຫ້ມີຄວາມແໜ້ນແຟ້ນຂຶ້ນຕື່ມ ແລະທັງເປັນການສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນແກ່ວັນສໍາຄັນຕ່າງໆຂອງຊາດຂອງພັກເປັນຕົ້ນກໍ່ແມ່ນຄື:ວັນຊາດທີ 2 ທັນວາຄົບຮອບ 44 ປີທີ່ຈະໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃຫ້ເຕັມໄປດ້ວຍຜົນງານທີ່ຍິ່ງໃຫ່ຍກວ່າປີທີ່ຜ່ານມາ.

---------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ