ຝຶກອົບຮົມການສ້າງສັນງານຫັດຖະກໍາສີມືແມ່ຍິງ

 ວັນທີ 18 ພະຈິກ ທີ່ສູນຝຶກອົບຮົມແມ່ຍິງລາວ ນະຄອນຫຼວງວຽງຈັນ ກະຊວງວັດທະນະທໍາ ແລະທ່ອງທ່ຽວຈີນ, ສູນວັດທະນະທໍາຈີນປະຈໍາ ສປປ ລາວ ຮ່ວມກັບສະ ຫະພັນແມ່ຍິງສາງໜິງນະຄອນຊຽງໄຮ້ ແລະສູນກາງ ສະຫະພັນແມ່ຍິງລາວ ໄດ້ຈັດສໍາມະນາ ແລະຝຶກອົບຮົມການສ້າງສັນງານຫັດຖະກໍາສີມືແມ່ຍິງ “ບໍ ລິສຸດ ແລະສະຫງ່າງາມ” ເພື່ອເປັນການແລກປ່ຽນກ່ຽວກັບວຽກງານການພັດທະນາແມ່ຍິງລາວ-ຈີນ ໂດຍເປັນກຽດການເຂົ້າຮ່ວມຂອງ ທ່ານ ນາງ ບົວຈັນ ສີຫານາດ ຮອງປະ ທານສູນກາງສະຫະພັນແມ່ຍິງລາວ, ທ່ານນາງ ເສິນ ສ້າຍຈວິ່ນ ຜູ້ຕາງໜ້າສູນວັດທະນະທໍາຈີນປະຈໍາ ສປປ ລາວ, ມີບັນດາຄະນະຜູ້ແທນໂຄງການ “ບໍລິສຸດ ແລະສະຫງ່າງາມ” ຈາກ ສປ ຈີນ, ພະນັກງານສູນກາງສະຫະພັນແມ່ຍິງລາວ, ນັກທຸລະກິດຍິງພ້ອມດ້ວຍຊ່າງຫັດຖະກໍາຍິງເຂົ້າຮ່ວມ.

ສະໜັບສະໜຸນໂດຍ: HONDA

  ທ່ານ ນາງ ບົວຈັນ ສີຫານາດ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ແມ່ນມີເນື້ອໃນສໍາຄັນອັນໜຶ່ງຂອງກິດຈະກໍາປີທ່ອງທ່ຽວລາວ-ຈີນ, ເພື່ອໃຫ້ທົດລອງສໍາຜັດຕົວຈິງກັບການປັ້ນແປ້ງ ແລະການປັກແສ່ວແບບຈີນ, ພ້ອມທັງຍົກລະດັບຄວາມສາມາດໃຫ້ແມ່ຍິງໃນການສ້າງຖານະ ການເປັນຢູ່ທີ່ດີຂຶ້ນ ແລະເພື່ອຫຼຸດພົ້ນ ຈາກຄວາມທຸກຍາກ ຊຶ່ງໄດ້ເຊື້ອເຊີນອາຈານສອນຈາກສະຫະພັນແມ່ຍິງເຂດສາງໜິງ ນະຄອນຊຽງ ໄຮ້ໄດ້ມາແບ່ງປັນປະສົບການວຽກງານພັດທະນາແມ່ຍິງຕະຫຼອດໄລຍະ 30 ປີ ແລະລາຍງານຕໍ່ສູນກາງສະຫະພັນແມ່ຍິງລາວກ່ຽວກັບຜົນສໍາເລັດໃນການລຶບລ້າງຄວາມທຸກຍາກຂອງແມ່ຍິງໃນຫຼາຍໂຄງການຂອງສະຫະພັນແມ່ຍິງເຂດສາງໜິງ ນະຄອນຊຽງໄຮ້, ນອກນັ້ນ, ຍັງມີຜູ້ສືບທອດມໍລະດົກວັດທະນະທໍານາມມະທໍາຂອງຈີນ ຂະແໜງການປັ້ນຕຸກກະຕາແປ້ງ ແລະການປັກແສ່ວທີ່ມາຈາກແຂວງຢູນນານ ນະຄອນຊຽງໄຮ້ ແລະ ອື່ນໆ.

  ທ່ານ ນາງ ເສິນສ້າຍຈວິ່ນ ກ່າວວ່າ: ຫຼັງຈາກຝຶກອົບຮົມສໍາເລັດແລ້ວສອງຝ່າຍລາວ-ຈີນ ຈະສາມາດຮັດແໜ້ນວຽກງານສາຍພົວພັນແລກປ່ຽນເພີ່ມຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ ແລະ ຮ່ວມກັນສູ້ຊົນເພື່ອຍົກລະດັບຄວາມສາມາດໃນການປະກອບອາຊີບ ແລະປະກອບທຸລະກິດຂອງແມ່ຍິງທັງສອງປະເທດ, ຊຸດຝຶກອົບຮົມດັ່ງກ່າວເລີ່ມແຕ່ວັນທີ 18-22 ພະຈິກ 2019.

-------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົ