ປິດຊຸດຝຶກອົບຮົມເຕັກນິກການຮ້ອງເພງ

  ວັນທີ 14 ພະຈິກ ຜ່ານມາສູນວັດທະນະທໍາຈີນປະຈໍາລາວຮ່ວມກັບໂຮງຮຽນສິລະປະແຫ່ງຊາດລາວໄດ້ຈັດພິທີປິດຊຸດຝຶກອົບຮົມເຕັກນິກການຮ້ອງເພງຊຶ່ງຊຸດຝຶກອົບຮົມດັ່ງກ່າວໄດ້ດຳເນີນມາແຕ່ວັນທີ 21 ຕຸລາ ຫາວັນທີ 14 ພະຈິກ 2019  ໂດຍການເຂົ້າຮ່ວມຂອງທ່ານ ຕ່ວນ ມວນຈັນ ຜູ້ອໍານວຍການໂຮງຮຽນສິລະປະແຫ່ງຊາດ, ທ່ານ ນາງ ເສິນສາຍ ຈວິ່ນ ຜູ້ຕາງໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະໜັບສະໜຸນໂດຍ: HONDA

 ທ່ານ ນາງ ເສິນສາຍຈວິ່ນ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ສູນວັດທະນະທໍາຈີນປະຈໍາ ສປປ ລາວ ໄດ້ເຊື້ອເຊີນອາຈານສອນຈາກສະຖາບັນຄົ້ນຄວ້າສິລະປະດົນຕີແຂວງ ເສສວນ ສປ ຈີນມາສິດສອນຊຶ່ງຜ່ານການຮໍ່າຮຽນນັກຮຽນສາມາດກຳໄດ້ກ່ຽວກັບທິດສະດີຄວາມຮູ້ພື້ນຖານຂອງການຮ້ອງເພງ, ເຕັກນິກການຮ້ອງເພງ ແລະອື່ນໆ ໂດຍອິງໃສ່ສະພາບຕົວຈິງຂອງນັກຮຽນ ແລະຄວາມສາມາດຂອງນັກຮຽນ.

  ທ່ານ ນາງ ເສິນສາຍຈວິ່ນ ກ່າວວ່າ: ສອງຝ່າຍ ລາວ-ຈີນ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນດ້ານການຈັດຫ້ອງຝຶກອົບຮົມຕ່າງໆ ໂດຍອິງໃສ່ຕາມຄວາມຮຽກຮ້ອງຕ້ອ ງການຂອງໂຮງຮຽນສິລະປະແຫ່ງຊາດເພີ່ມທະວີການແລກປ່ຽນ ສິລະປະວັດທະນະທຳລະຫວ່າງສອງຝ່າຍລາວ-ຈີນ ແລະພັດທະນາບຸກຄະລາກອນດ້ານສີລະປະໃຫ້ນັບມື້ນັບຫຼາຍຂຶ້ນ.

  ທ່ານ ຕ່ວນ ມວນຈັນ ໄດ້ສະແດງຄວາມຂອບໃຈຕໍ່ສູນວັດທະນະທໍາຈີນປະຈໍາ ສປປ ລາວ ແລະ ຄູ-ອາຈານທີ່ມາສິດສອນ ແລະ ໃຫ້ຄວາມຮູ້ພ້ອມທັງຫວັງວ່າທັງສອງຝ່າຍຈະສືບຕໍ່ເພີ່ມທະວີຄວາມຮ່ວມມືເພື່ອສ້າງສາບຸກຄະລາກອນທາງດ້ານສິລະປະໃນລາວໃຫ້ຫຼາຍຂຶ້ນຕື່ມ.

 ---------------

ໜັງສືພິມເສດຖະກິດ-ສັງຄົ