ຊຳຊຸງແກ້ບັນຫາກາແລັກຊີ້ເອສ 10/ໂນຕ 10 ສະແກນລາຍນິ້ວມືໃຜກໍໄດ້ແລ້ວ

   ເມື່ອບໍ່ດົນມານີ້ມີລາຍງານ ວ່າຜູ້ໃຊ້ງານພົບບັນຫາສະແກນ ລາຍນິ້ວມືໃນໜ້າຈໍຂອງ Galaxy S10 ສາມາດໃຊ້ນິ້ວມືໃຜມາສະ ແກນກໍໄດ້ແຕ່ຕົ້ນຕໍທີ່ແທ້ຈິງນັ້ນ ເກີດຈາກຕົວຟິມຊຶ່ງ Samsung ອອກຖະແຫຼງການວ່າຈະມີການ ອັບເດດຊອຟແວຣແກ້ບັນຫາຕາມ ມາຢ່າງແນ່ນອນ.

ຫຼ້າສຸດ Samsung ມາຕາມສັນຍາອອກອັບເດດຊອຟແວຣໃຫ້ ກັບ Galaxy S10 ແລະGalaxyNote 10 ໃນ ສ.ເກົາຫຼີເປັນທີ່ ຮຽບຮ້ອຍແລ້ວ ແລະມີການແຈ້ງ ເຕືອນໃຫ້ຜູ້ໃຊ້ງານລົບລາຍນິ້ວມື ເກົ່າອອກກ່ອນເມື່ອອັບເດດເຄື່ອງແລ້ວຄ່ອຍເພີ່ມລາຍນິ້ວມືໃໝ່ລົງໄປແທນ.

ກ່ອນໜ້ານີ້ Samsung ອັບເດດໜ້າເວບໄຊແຈ້ງເຕືອນຜູ້ໃຊ້ງານວ່າຟິມໜ້າຈໍທີ່ບໍ່ແມ່ນຂອງຊຳຊຸງ ຫຼື ຟິມໜ້າຈໍທີ່ມີຮອຍ ຫຼື ສົກກະປົກອາດເຮັດໃຫ້ລະບົບສະແກນລາຍນິ້ວມືມີບັນຫາບໍ່ສາມາດເຮັດວຽກໄດ້ຢ່າງສົມບູນນັ້ນໝາຍເຖິງຜູ້ໃດກໍສາມາດປົດລ໊ອກໄດ້.

ຕອນນີ້ອັບເດດຊອຟແວຣດັ່ງກ່າວມີໃຫ້ດາວໂຫຼດສະເພາະໃນ ສ.ເກົາຫຼີເທົ່ານັ້ນສຳລັບພາກພື້ນອື່ນໆຕ້ອງລໍຖ້າອັບເດດກັນອີກຕໍ່ໄປ.