4 ສິ່ງທີ່ຜິວທ່ານຕ້ອງການໃນທຸກໆວັນ

            ຖ້າທ່ານຕ້ອງການໃຫ້ຜິວງາມສົດໃສອອກມາຈາກພາຍໃນ, 4 ສິ່ງຕໍ່ໄປນີ້ຄື ສິ່ງທີ່ທ່ານຂາດບໍ່ໄດ້ ໃນແຕ່ລະວັນ.

  • ສານຕໍ່ຕ້ານອະນຸມູນອິດສະຫຼະເປັນຕົ້ນວິຕາມິນ A, C ແລະE ທີ່ຈະຊ່ວຍຟື້ນຟູໃຫ້ຜິວເສາະໃສມີນໍ້າ ມີນວນຊຶ່ງສານຕໍ່ຕ້ານອະນຸມູນອິດສະຫຼະເຫຼົ່ານີ້ມີຢູ່ຢ່າງຫຼວງຫຼາຍໃນຜັກ ແລະໝາກໄມ້ຕ່າງໆ.
  • ຄວາມຊຸ່ມຊື່ນຫຼັງຈາກລ້າງໜ້າທຸກຄັ້ງທ່ານ ຄວນຕື່ມຄວາມຊຸ່ມຊື່ນດ້ວຍຜະລິດຕະພັນຊະນິດຄຣີມນໍ້າມັນ ຫຼື ໂລຊັ້ນເພາະຄວາມຊຸ່ມຊື່ນນອກຈາກຈະເຮັດໃຫ້ຜິວນິ້ມ ແລະມື່ນແລ້ວຍັງຊ່ວຍປົກປ້ອງຜິວຂອງທ່ານນຳ.
  • ນໍ້າທ່ານອາດຈະເຄີຍໄດ້ຍິນຄຳແນະນຳຈົນເຄີຍ ຫູແລ້ວວ່າຄວນດື່ມນໍ້າໃຫ້ຫຼາຍໃນທຸກວັນເພາະວ່າການທີ່ເຮົາດື່ມນໍ້າບໍ່ພຽງພໍຈະເຮັດໃຫ້ຜິວເຮົາມີຄວາມໝົ່ນໝອງ ແລະບໍ່ມີຊີວິດຊີວາໄດ້.
  • ຄຣີມກັນແດດ ຄວາມຈິງແລ້ວຜິວເຮົາຕ້ອງການການປົກປ້ອງຈາກລັງສີຢູວີ ຈາກແສງແດດທຸກວັນ ສະນັ້ນຄວນທາຄຣີມກັນແດດທີ່ມີຄ່າ SPF30 ຕາມຜິວທີ່ເປົ່າແປນບໍ່ວ່າວັນນັ້ນຝົນຈະຕົກ ຫຼື ແດດຈະອອກກໍ.
  • ---------------

    ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົ