ລາວ-ທ໊ອບ ຄັດເລືອກຊາວໜຸ່ມຮາກຖານຊຸດໃໝ່

  ເມື່ອອາທິດຜ່ານມາ ທີ່ນະຄອນຫຼວງວຽງຈັນ ວິທະຍາໄລ ລາວ-ທ໊ອບ ໄດ້ຈັດກອງປະຊຸມຄັດເລືອກຄະນະບໍລິຫານງານຊາວ ໜຸ່ມຮາກຖານຊຸດໃໝ່ ໂດຍໃຫ້ ກຽດເຂົ້າຮ່ວມຂອງທ່ານ ບຸນປະເສີດ ນາມລືເດດ ເລຂາຮາກຖານຊາວໜຸ່ມວິທະຍາໄລ ພາກເອກະຊົນ, ທ່ານ ລໍາໄພ ກຸນດາວົງ ອໍານວຍການວິທະຍາໄລລາວ-ທ໊ອບ,ພ້ອມດ້ວຍເລຂາ-ຮອງເລຂາໜ່ວຍຊາວໜຸ່ມ, ແມ່ຍິງ, ກໍາມະບານຮາກ ຖານ ແລະສະມາຊິກເຂົ້າຮ່ວມ.

ທ່ານ ບຸນກອງ ຈອມມະນີວົງ ເລຂາໜ່ວຍຊາວໜຸ່ມຮາກຖານວິທະຍາໄລລາວ-ທ໊ອບ ໄດ້ລາຍງານ ການເຄື່ອນໄຫວໃນໄລຍະ 5 ປີ ຜ່ານມາ (2015-2019) ໂດຍ ວິທະຍາໄລໄດ້ເຄື່ອນໄຫວຢ່າງເປັນປົກກະຕິ ໂດຍສະເພາະທາງດ້ານ ວຽກງານການເມືອງສະມາຊິກ ຊາວໜຸ່ມທຸກສະຫາຍມີແນວຄິດອຸ່ນອ່ຽນທຸ່ນທ່ຽງຕໍ່ການຈັດຕັ້ງ,ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຢ່າງ ຕັ້ງໜ້າ ໂດຍຢຶດໝັ້ນເອົາ 4 ບຸກ ເປັນຫຼັກເພື່ອສຸມໃສ່ວຽກງານຕ່າງໆ ຂອງພັກຂອງຊາດຈັດຂຶ້ນ ແລະ ເຊື່ອມຊຶມມູນເຊື້ອຮັກຊາດ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ຂອງລັດ; ວິທະຍາໄລລາວ-ທ໊ອບ ມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ກ້າວໜ້າບຸກບືນປະຕິບັດສໍາເລັດ ວຽກງານສິດສອນ-ຮໍ່າຮຽນ ແລະ ທຸກໆໜ້າທີ່ວຽກງານທີ່ວາງອອກ ໃນແຕ່ລະໄລຍະ,ພາຍໃນວິທະຍາ ໄລລາວ-ທ໊ອບ ນອກຈາກນີ້,ທາງ ວິທະຍາໄລຍັງໄດ້ເຄື່ອນໄຫວກິດຈະກໍາຕ່າງໆ ໂດຍສະເພາະໄດ້ມີ ການບໍລິຈາກເລືອດເພື່ອຊ່ວຍສັງຄົມປີລະ 2 ຄັ້ງ ແລະຮ່ວມບໍລິຈາກ ເລືອດກັບອົງການຈັດຕັ້ງຕ່າງໆ ເປັນຕົ້ນ ແມ່ນກະຊວງສຶກສາທິການ ແລະກີລາເປັນປະຈໍາ.

ສໍາລັບທິດທາງ ແລະແຜນການ ຕໍ່ໜ້າປັບປຸງການຈັດຕັ້ງ ແລະແບບ ແຜນວິທີເຮັດວຽກຂອງຄະນະຊາວ ໜຸ່ມພາຍໃນຮາກຖານຂອງຕົນໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ເປັນຕົວແທນສິດ ແລະຜົນປະໂຫຍດ ຂອງສະມາຊິກຊາວໜຸ່ມ ແລະໄວ ໜຸ່ມ, ເພີ່ມທະວີຄວາມສາມັກຄີເປັນ ເອກະພາບພາຍໃນຄະນະຊາວໜຸ່ມ ໃນຂະແໜງການ ແລະລະຫວ່າງ ຄະນະຊາວໜຸ່ມຮາກຖານອື່ນໆທີ່ ຂຶ້ນກັບກະຊວງສຶກສາທິການ  ແລະ ກີລາ, ເພີ່ມທະວີສະຕິເປັນເຈົ້າຕົນເອງ ແລະສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ພັດທະນາຊາວໜຸ່ມ ໃຫ້ມີຄວາມຮູ້, ຄວາມສາມາດ, ມີ ຄຸນສົມບັດ, ມີລະບຽບແບບແຜນ ແລະມີສຸຂະພາບແຂງແຮງ ແລະມີຄວາມສີວິໄລທາງດ້ານຈິດໃຈ.

ໃນກອງປະຊຸມໄດ້ມີການຄັດ ເລືອກຄະນະຮາກຖານໜ່ວຍຊາວ ໜຸ່ມຊຸດໃໝ່ ໂດຍມີຜູ້ລົງສະໝັກຄັດ ເລືອກຈໍານວນ 5 ສະຫາຍ ແລະ ເລືອກເອົາ 3 ສະຫາຍ ຜ່ານການຄັດເລືອກ ແລະຕົກລົງເຫັນດີໃຫ້ ທ່ານ ບຸນກອງ ຈອມມະນີວົງ ເປັນເລຂາ, ທ່ານ ວິໄລສັກ ຂັນ ຕິວົງ ເປັນຮອງ ແລະທ່ານ ອາດ ພົມວິໄຊ ເປັນຄະນະຮາກຖານ ໜ່ວຍຊາວໜຸ່ມວິທະຍາໄລລາວ-ທ໊ອບ, ນອກນີ້, ຍັງໄດ້ມອບໃບຍ້ອງ ຍໍຜູ້ມີຜົນງານດີເດັ່ນໃນການເຄື່ອນ ໄຫວວຽກງານຊາວໜຸ່ມປະຈໍາສົກ ປີ 2018-2019 ຈໍານວນ 30 ສະຫາຍ, ຍິງ 11 ສະຫາຍ.

--------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ