ທຫລ ຄຸ້ມຄອງທະນາຄານທຸລະກິດ ແລະສະຖາບັນການເງິນ 200 ກວ່າແຫ່ງ

  ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ພັດທະນາກົນໄກລະບົບການຄຸ້ມຄອງຄວາມໝັ້ນຄົງຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນດ້ວຍຫຼາຍຮູບແບບເພື່ອເຮັດໃຫ້ການເຄື່ອນໄຫວຂອງທະນາຄານທຸລະກິດມີປະສິດທິພາບເປັນຕົ້ນແມ່ນການປັບປຸງລະບຽບການຄຸ້ມຄອງວຽກງານສິນເຊື່ອ, ວຽກງານກວດກາ, ການປັບປຸງໂຄງສ້າງໜີ້ສິນ, ການບໍລິຫານ ແລະ ການຊອກຫາຄູ່ຮ່ວມຍຸດທະສາດ, ຊຶ່ງປະຈຸບັນໃນທົ່ວປະເທດ ທຫລ ໄດ້ຄຸ້ມຄອງທະນາຄານທຸລະກິດ ແລະ ສະຖາບັນການເງິນ 225 ແຫ່ງ ໃນນີ້ທະນາຄານທຸລະກິດ 43 ແຫ່ງ ແລະ ມີສະຖາບັນການເງິນ 182 ແຫ່ງ.

  ອີງຕາມຂໍ້ມູນຈາກບົດສະຫຼຸບການຈັດຕັ້ງປະຕິບັດແຜນເງິນຕາ 9 ເດືອນຕົ້ນປີ 2019 ຂອງທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ທຫລ ໄດ້ພັດທະນາກົນໄກລະ ບົບ-ກົນໄກການຄຸ້ມຄອງຄວາມໝັ້ນຄົງຂອງລະບົບທະນາຄານທຸລະກິດຄື: ໄດ້ສໍາເລັດຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ) ແລະ ໄດ້ປະກາດໃຊ້ຢ່າງເປັນທາງການ, ອອກນິຕິກໍາຄຸ້ມຄອງຄວາມໝັ້ນຄົງຂອງທະນາຄານທຸລະກິດ, ຕິດຕາມ ແລະ ວິເຄາະຖານນະການ ເງິນ, ລົງກວດກາກັບທີ່ ແລະ ກວດກາຕາມເອກະສານຕາມລະບຽບວ່າດ້ວຍຄວາມໝັ້ນຄົງ, ການຄຸ້ມຄອງຄຸນນະພາບສິນເຊື່ອຂອງທະນາຄານເພື່ອຄວບຄຸມໝີ້ເສຍໃຫ້ຢູ່ໃນຂອບເຂດທີ່ກໍານົດ 3%, ນອກນີ້ ທຫລ ຍັງໄດ້ສຸມໃສ່ປະຕິບັດແຜນງານການຄຸ້ມຄອງຈາກຫຼັກການ ບາເຊວ 1 ໄປສູ່ຫຼັກການບາ ເຊວ 2 ແລະການຄຸ້ມຄອງຕາມຄວາມສ່ຽງ, ໄດ້ປະຕິບັດນະໂຍບາຍຍົກເວັ້ນການຈັດຊັ້ນໜີ້ ແລະ ການຫັກສໍາຮອງໜີ້ເສຍສໍາລັບທະນາຄານທຸລະກິດທີ່ໄດ້ປ່ອຍສິນເຊື່ອຕິດພັນກັບໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງລັດ ແລະ ໄດ້ອອກຂໍ້ຕົກລົງວ່າດ້ວຍການປ່ອຍສິນເຊື່ອເປັນເງິນຕາຕ່າງປະເທດໃຫ້ແກ່ບັນດາທະນາຄານທຸລະກິດ, ອອກແຈ້ງການກ່ຽວກັບການສົ່ງເສີມການຂາຍຜະລິດຕະພັນຂອງທະນາ ຄານທຸລະກິດທຸກຄັ້ງທີ່ໄດ້ຮັບການອະນຸຍາດຈາກ ທຫລ ຕາມເງື່ອນໄຂທີ່ໄດ້ກໍານົດອອກ, ຊຶ່ງມາຮອດປະຈຸບັນທະນາຄານທຸລະກິດມີທັງໝົດ 43 ແຫ່ງ ລວມທັງທະນາ ຄານສະເພາະກິດ 1 ແຫ່ງ, ມີ 111 ສາຂາ, 536 ໜ່ວຍບໍລິການ, ມີຕູ້ເອທີເອັມ 1.286 ຕູ້ເພີ່ມຂຶ້ນ 61 ຕູ້ ທຽບໃສ່ປີ 2018.

ສະໜັບສະໜຸນໂດຍ: HONDA

  ນອກຈາກນີ້ ທຫລ ຍັງໄດ້ຄຸ້ມຄອງ, ຕິດຕາມ ແລະກວດກາການເຄື່ອນໄຫວຂອງສະຖາບັນການເງິນປະເພດຕ່າງໆໂດຍໄດ້ສ້າງນິຕິກໍາ ແລະ ປັບປຸງລະບຽບການເພື່ອຄຸ້ມຄອງຄວາມໝັ້ນຄົງ ຂອງສະຖາບັນການເງິນພ້ອມທັງໄດ້ອອກຂໍ້ຕົກລົງວ່າດ້ວຍມາດຕະການຕໍ່ຜູ້ລະເມີດຂອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ໄດ້ປັບປຸງດໍາລັດວ່າດ້ວຍບໍລິສັດ ເຊົ່າສິນເຊື່ອ, ດໍາລັດວ່າດ້ວຍສະຖາບັນການເງິນຈຸລະພາກ, ຂໍ້ກໍານົດວ່າດ້ວຍການຄຸ້ມຄອງສະຫະກອນສິນເຊື່ອ ແລະເງິນຝາກປະຢັດ ແລະບັນດາຂໍ້ຕົກລົງຕ່າງໆ ເພື່ອເປັນເຄື່ອງມືໃນການຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວເຂັ້ມແຂງຂຶ້ນເທື່ອລະກ້າວ, ປະຈຸບັນສະຖາ ບັນການເງິນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທຫລ ມີທັງໝົດ 6 ປະເພດ ລວມມີ 182 ແຫ່ງ.

ດ້ານການລະດົມເງິນຝາກ ແລະ ການປ່ອຍສິນເຊື່ອຂອງທະນາຄານທຸລະກິດ, ທຫລ ໄດ້ຍົກເລີກນະໂຍບາຍການຄຸ້ມຄອງອັດຕາດອກເບ້ຍຂອງທະນາຄານທຸລະກິດເພື່ອໃຫ້ການກໍານົດອັດຕາດອກເບ້ຍໃຫ້ເປັນໄປຕາມກົນໄກຕະຫຼາດ ແລະເພື່ອຍົກສູງປະສິດທິຜົນໃນການດໍາເນີນທຸລະກິດ, ໄດ້ຊຸກຍູ້ທະນາຄານທຸລະກິດເປັນເຈົ້າການພັດທະ ນາຜະລິດຕະພັນການບໍລິການໃຫ້ມີຄວາມຫຼາກຫຼາຍ ແລະ ໄດ້ອະນຸຍາດໃຫ້ທະນາຄານທຸລະກິດນໍາໃຊ້ທຶນຈົດທະບຽນເພື່ອເປັນແຫຼ່ງທຶນປ່ອຍສິນເຊື່ອ, ຊຶ່ງມາຮອດ 9 ເດືອນຕົ້ນປີ 2019 ທະນາຄານທຸລະກິດມີຍອດເງິນຝາກທັງໝົດ 89.562 ຕື້ກີບ ເພີ່ມຂຶ້ນ 13% ກວມເອົາ 54,56% ຂອງຈີດີພີ, ສ່ວນຍອດສິນເຊື່ອແມ່ນຢູ່ໃນລະດັບ 78.698 ຕື້ກີບ ເພີ່ມຂຶ້ນ 4,77% ກວມເອົາ 47,94% ຂອງຈີດີພີໃນນີ້ແຍກຕາມຂະແໜງການຄື: ກະສິກໍາ 9,98%, ອຸດສາຫະ ກໍາ 28,28%, ການບໍລິການ 48,27% ແລະຂະແໜງອື່ນໆ 13,48%. 

__________

ຂຽນໂດຍ: ກິ່ງລັດຕະນະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511