ເປີດໂຮງຮຽນສອນແຕ່ງໜ້າວີ 369 ອະຄາເດມີ້ແອນຊ໋ອບ

  ເມື່ອວັນທີ 16 ພະຈິກ ຜ່ານ ມານີ້ ໄດ້ມີພິທີເປີດຮ້ານວີ 369 ອະຄາເດມີ້ແອນຊ໋ອບ (V369 Academy & Shop) ທີ່ບ້ານສາຍນໍ້າເງິນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍເຂົ້າຮ່ວມ ທ່ານ ນາງ ວັນນາລີ ອ່ອນສະ ຫວັດ ເຈົ້າຂອງຮ້ານວີ 369 ອະຄາເດມີ້ແອນຊ໋ອບ, ທ່ານ ວັດສິຣະ ວິນ ອະລິຍະຣັນກຸນອາຈານສອນ ແຕ່ງໜ້າຊື່ດັງຈາກປະເທດໄທພ້ອມມີດາລາ, ນາງແບບ ແລະນາຍ ແບບເຂົ້າຮ່ວມ.

ທ່ານ ນາງ ວັນນາລີ ອ່ອນສະຫວັດ ກ່າວວ່າ: ຮ້ານວີ 369 ອະຄາເດມີ້ແອນຊ໋ອບເປັນສູນບໍລິການ ຮັບສອນແຕ່ງໜ້າ, ເຮັດຊົງຜົມ ແລະສອນບຸກຄະລິກກະພາບບັນດານ້ອງໄວໜຸ່ມທີ່ມີຄວາມຝັນຈະເປັນດາລານາຍແບບ, ເດີນແບບ ຈຸດປະສົງຍ້ອນຕົວເອງເປັນປະທານໂຄງການລາວຊຸບເປີໂມເດວ ທີ່ໄດ້ຢູ່ກັບວົງການບັນເທີງ ຊຶ່ງໄດ້ຮູ້ກ່ຽວກັບກ່ອນຈະກ້າວມາເປັນສິນລະປິນຕ້ອງໄດ້ຜ່ານຝຶກຮຽນຮູ້ ຫຼາຍຂັ້ນຕອນສະນັ້ນເລີຍໄດ້ເປີດ ໂອກາດໃຫ້ນ້ອງໆທີ່ມັກອາຊີບນີ້ມີໂຮງຮຽນສອນຖ່າຍທອດຄວາມ ຮູ້ໃຫ້ເຂົາເຈົ້າມີປະສົບຜົນສຳເລັດເພື່ອເສີມສ້າງພັດທະນາໃຫ້ເປັນ ຊ່າງແຕ່ງໜ້າລະດັບມືອາຊີບ.

ທ່ານ ວັດສິຣະວິນ ອະລິຍະຣັນ ກຸນກ່າວອີກວ່າ: ສຳລັບຫຼັກສູດໃນ ການຮຽນຈະສອນຮຽນຮູ້ເລື່ອງ ຜິວຮອງພື້ນການປົກປິດ ແລະການແກ້ໄຂຮູບໜ້າ, ສອນການແຕ່ງຕາ,ຄິ້ວ, ແກ້ມ ແລະປາກ, ສອນການ ແຕ່ງໜ້າທົ່ວໄປເຊັ່ນ: ແຕ່ງໜ້າ ອອກງານລະຫວ່າງຜູ້ຍິງ ແລະຜູ້ ຊາຍໃຫ້ເຂົ້າຕາມຄອນເຊັບເສື້ອຜ້າ ຕ່າງໆ, ສອນແຕ່ງໜ້າເຈົ້າສາວ ແບບແມ່ຍິງລາວ ແລະສາກົນ, ສອນຮຽນແຕ່ງໜ້າແຟຊັນສຳຫຼັບຖ່າຍຮູບພາບນິ່ງ ແລະວາລະສານ,ສອນແຕ່ງໜ້າ ໂດຍອີງໃສ່ແບນເຄື່ອງສຳອາງຜະລິດຕະພັນນັ້ນ (ສຳຫຼັບຖ່າຍວິດິໂອໂຄສະນາ ແລະຖ່າຍຮູບນິ່ງ) ຫຼັກສູດສຸດທ້າຍໄດ້ສອບເສັງ 2 ວິຊາຄື: ການແຕ່ງ ໜ້າເຈົ້າສາວແບບບັງ ແລະຄັບບໍ່ບັງຄັບນອກຈາກນັ້ນຍັງຈຳໜ່າຍ ເຄື່ອງສຳອາງ, ເຄື່ອງອຸປະກອນ ແຕ່ງໜ້າ ແລະເຮັດຊົງຜົມຄົບວົງ ຈອນສຳລັບທ່ານໃດທີ່ຢາກຮຽນຮູ້ສາມາດຕິດຕໍ່ໄດ້ທີ່ເຟສ໌ບຸກ: V369 Academy & Shop.

--------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ