ອະລອຍເຊຍສະແປງ ດາຣາສິງກະໂປເສຍຊີວິດແລ້ວ

ນສພ ເສດຖະກິດ-ສັງຄົມ

   ກະຊວງປ້ອງກັນປະເທດຂອງສິງກະໂປໄດ້ອອກຖະແຫຼງການວ່າອະລອຍເຊຍສະແປງນັກສະແດງໜຸ່ມຊື່ດັງຄົນສິງກະໂປອາຍຸ 28 ປີເສຍຊີວິດແລ້ວໃນວັນທີ 23 ມັງກອນຜ່ານມາຫຼັງຈາກໄດ້ຮັບບາດເຈັບສາຫັດລະຫວ່າງການຝຶກຊ້ອມຮົບຂອງກອງທັບສິງກະໂປໃນປະເທດນູແວນເຊລັງຊຶ່ງເປັນພາລະກິດໃຊ້ປືນກົນພ້ອມກັບເຈົ້າໜ້າທີ່ອີກ 2 ຄົນທີ່ສູນຝຶກ.

   ໂດຍອະລອຍເຊຍສະແປງໄດ້ຖືກສົ່ງໄປໂຮງໝໍຍ້ອນຮັບບາດເຈັບສາຫັດ, ອະໄວຍະວະທາງໃນເສຍຫາຍເຮັດໃຫ້ຕ້ອງໄດ້ຜ່າຕັດຫຼາຍຄັ້ງແຕ່ກໍ່ຕໍ່ອາຍຸບໍ່ໄດ້ເສຍຊີວິດໃນທີ່ສຸດຊຶ່ງທາງການຂອງສິງກະໂປລະບຸວ່າຢູ່ລະຫວ່າງການດຳເນີນການນໍາຮ່າງຂອງອະລອຍເຊຍສະແປງກັບມາຍັງສິງກະໂປໂດຍກະຊວງປ້ອງກັນປະເທດໄດ້ສະແດງຄວາມເສຍໃຈກັບຄອບຄົວລວມທັງພ້ອມໃຫ້ຄວາມຊ່ວຍເຫຼືອກັບຄອບຄົວ ແລະຈະມີການປະຊຸມເພື່ອກວດກາຫາສາເຫດທີ່ເກີດຂຶ້ນຕໍ່ໄປ.

   Mediacorp ຕົ້ນສັງກັດຂອງອະລອຍເຊຍສະແປງໄດ້ໂພສສະແດງຄວາມເສຍໃຈ ແລະລະບຸວ່າການຈາກໄປຂອງລາວຄືຄວາມສູນເສຍຄັ້ງຍິ່ງໃຫຍ່ພ້ອມທັງຂອບໃຈແຟນໆຮູບເງົາທີ່ສະໜັບສະໜູນຜົນງານ ແລະອາຊີບຂອງລາວຕະຫຼອດມາໂດຍຮູບເງົາເລື່ອງ“My One in a Million”ທີ່ກຳລັງຈະອອກອາກາດໃນໄວໆນີ້ໄດ້ກາຍເປັນຜົນງານສຸດທ້າຍຂອງອະລອຍເຊຍສະແປງ.