ເກີດເຫດບໍ່ຖ່ານຫີນຈີນລະເບີດ ເສຍຊີວິດ 15 ຄົນ

  ທາງການ ສປ ຈີນ ລາຍງານວ່າເກີດເຫດບໍ່ຖ່ານຫີນລະເບີດໃນມົນທົນຊານຊີທາງພາກເໜືອຂອງຈີນສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນ ແລະ ໄດ້ຮັບບາດ ເຈັບ 9 ຄົນ.

ຕາມຂ່າວຊິນຮວາລາຍງານວ່າເກີດເຫດບໍ່ຖ່ານຫີນຂອງກຸ່ມບໍລິສັດ ຊານຊີ ປິງເຫຍົາ ເຟິ້ງຢານ ໂຄລ ແອນໂຄ້ກ ຈຳກັດ ຕັ້ງຢູ່ມົນທົນຊານຊີໃນພາກເໜືອຂອງຈີນເກີດລະເບີດຂຶ້ນໃນວັນທີ 18 ພະຈິກທີ່ຜ່ານມາຂະນະທີ່ມີກຳ ປະກອນ 35 ຄົນ ທີ່ກຳລັງເຮັດວຽກຢູ່ໃນບໍ່ຖ່ານຫີນໃຕ້ດິນ, ແຮງລະເບີດເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນ ແລະ ໄດ້ຮັບບາດເຈັບ 9 ຄົນ ແຕ່ກຳປະກອນ 11 ຄົນສາມາດຫຼົບໜີອອກມາໄດ້, ທ່ານ ເສິນ ຊູປິງ ເຈົ້າໜ້າທີ່ສຳນັກງານບໍລິຫານ ຄວາມປອດໄພບໍ່ຖ່ານຫີນມົນທົນຊານຊີເປີດເຜີຍວ່າອຸບັດເຫດບໍ່ຖ່ານຫີນລະເບີດໃນຄັ້ງນີ້ເກີດຂຶ້ນເພາະບໍ່ປະຕິບັດຕາມກົດລະບຽບ ແລະ ການບໍລິຫານຈັດການຂອງບໍລິສັດທີ່ກ່ຽວຂ້ອງ ຫຼື ເຮັດຜິດລະບຽບຢ່າງໃດກໍຕາມທາງການຈະສອບສວນເພື່ອຊອກສາເຫດຂອງການລະເບີດໃນຄັ້ງນີ້.

ອຸບັດເຫດຮ້າຍແຮງເຖິງຂັ້ນເສຍຊີວິດໃນອຸດສາຫະກຳບໍ່ຖ່ານຫີນເກີດຂຶ້ນເປັນປົກກະຕິໃນຈີນສາຍເຫດຍ້ອນບໍ່ມີມາດຕະຖານຄວາມປອດໄພທີ່ດີ ແລະ ກອງປະຊຸມຂອງຄະນະລັດຖະມົນຕີແຫ່ງລັດຈີນໃນອາທິດທີ່ຜ່ານມາໄດ້ມີຄຳສັ່ງໄປຍັງມົນທົນຕ່າງໆທົ່ວປະເທດໃຫ້ຍົກລະດັບຄວາມປອດໄພໃນສະຖານທີ່ເຮັດວຽກ ໂດຍສະເພາະການເພີ່ມຄວາມເຂັ້ມງວດໃນການປະຕິບັດຕາມກົດລະບຽບ.

----------------

ໜັງສືພີມເສດຖະກິດ-ສັງຄົມ