ອາຊີ-ປາຊີຟິກ ຮັບມືກັບບັນດາສິ່ງທ້າທາຍຕົ້ນຕໍປະຈຸບັນ

ກອງປະຊຸມສຸດຍອດອາຊີ-ປາຊີຟິກ (APS) ປີ 2019 ດ້ວຍຫົວຂໍ້ “ຮັບມືກັບບັນດາສິ່ງທ້າທາຍຕົ້ນຕໍປະຈຸບັນ: ສັນຕິພາບ, ປອງ ດອງຊາດ, ໜູນຊ່ວຍເຊິ່ງກັນ ແລະ ກັນພ້ອມກັນວັດທະນາຖາວອນ ແລະ ບັນດາຄຸນຄ່າທົ່ວໂລກ” ໄດ້ໄຂຂຶ້ນໃນວັນທີ 19 ພະຈິກ ຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍ.

ຕາມຂ່າວສານຫວຽດນາມລາຍງານວ່າ ເຂົ້າຮ່ວມກອງປະຊຸມມີແຂກຖືກເຊີນປະມານ 2.000 ຄົນມາຈາກ 50 ປະເທດ ແລະ ພາກພື້ນລວມມີບັນດາປະມຸກລັດ ແລະ ອະດີດປະມຸກລັດ, ການນຳລັດຖະບານ, ສະພາແຫ່ງຊາດ, ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍຢືນຢັນ: ກອງປະຊຸມຄັ້ງນີ້ດຳເນີນໃນສະພາບການໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ນາບຂູ່ເຖິງສັນຕິພາບ, ວັດທະນາຖາວອນ, ການພັດທະນາລວມຂອງພາກພື້ນ ແລະ ໂລກ, ກໍຄືຄວາມສະຫງົບສຸກຂອງປະຊາຊົນ.

ໃນໄລຍະດຳເນີນກອງປະຊຸມ, ບັນດາຜູ້ແທນຈະປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນເພື່ອແນໃສ່ເພີ່ມທະວີການຮ່ວມມື, ຍົກສູງຄຸນຄ່າຂອງສັນຕິພາບ, ວັດທະນາຖາວອນສຳລັບມວນມະນຸດ.

---------------

ໜັງສືພີມເສດຖະກິດ-ສັງຄົມ