ຂີ້ກາເຟຂັດຜີວເພີ່ມຄວາມງາມຈາກຂອງໃກ້ຕົວ

ຮຽບຮຽງໂດຍ: ຟ້າ

   ຂີ້ກາເຟທີ່ສາວໆຕ່າງຮູ້ຈັກກັນດີເປັນເໝືອນຜົງວິເສດທີ່ມີປະໂຫຍດຫຼາຍຢ່າງສາມາດນໍາມາປະຍຸກໃຊ້ໄດ້ຫຼາຍຫຼາຍລວມໄປເຖິງການເບິ່ງແຍງສຸຂະພາບຜີວທີ່ໄດ້ຮັບຜົນດີໂດຍທົ່ວໄປອາດຈະຮູ້ຈັກຂີ້ກາເຟໃນຖານະຕົວຊ່ວຍຂັດຜີວເພື່ອໃຫ້ຜີວຂາວໃສແຕ່ສຳລັບຂໍ້ມູນດ້ານຄວາມງາມຂີ້ກາເຟຈະມີຄຸນປະໂຫຍດຫຼາຍກວ່ານັ້ນເຮົາມາເບິ່ງກັນເລີຍ.

   ຂີ້ກາເຟທາໜ້າ: ວິທີເຮັດງ່າຍໆພຽງແຕ່ນຳຂີ້ກາເຟທີ່ສະອາດ, ປະສົມກັບໂຢເກິດ, ນໍ້າເຜິງ ແລະນໍ້ານົມເລັກນ້ອຍຈາກນັ້ນນໍາສ່ວນປະສົມມາປະສົມເຂົ້າກັນແລ້ວທາທົ່ວໃບໜ້າປະໄວ້ປະມານ 15 ນາທີແລ້ວລ້າງອອກດ້ວຍນໍ້າອຸ່ນກໍຈະເຮັດໃຫ້ໃບໜ້າຂາວໃສ ແລະຜີວໜ້າສຸຂະພາບດີຂຶ້ນພ້ອມທັງຊ່ວຍຫຼຸດຄວາມມັນເພີ່ມຄວາມນຸ້ມນຽນໃຫ້ຜີວໜ້າໄດ້ຕັ້ງແຕ່ເທື່ອທຳອິດທີ່ໃຊ້ເລີຍ.

   ຂີ້ກາເຟຂັດຜີວ: ເປັນທາງເລືອກທີ່ຍອດນິຍົມທີ່ຄົນມັກງາມຕ່າງຮູ້ຈັກກັນດີເພື່ອໃຫ້ຜີວພັນສົດໄສ ແລະຜີວສຸຂະພາບດີກວ່າເກົ່າໄດ້ພຽງແຕ່ນໍາຂີ້ກາເຟ  2 ບ່ວງແກງມາປະສົມກັບຂີ້ເຜິ້ງຫຼືນໍ້າມັນໝາກກອກພຽງ 2 ບ່ວງແກງຄົນໃຫ້ເປັນເນື້ອດຽວກັນຈາກນັ້ນນໍາມາຂັດຜີວເນັ້ນບໍລິເວນທີ່ມີບັນຫາດຳຂັດບໍລິເວນຜີວພາຍໃນໃຫ້ທົ່ວຍົກເວັ້ນບ່ອນທີ່ມີຜີວບອບບາງເອົາໄວ້ຈາກນັ້ນປະໄວ້ 10-15 ນາທີເທົ່ານັ້ນກໍຈະຊ່ວຍໃຫ້ຜີວຄ່ອຍໆຂາວຂຶ້ນຫຼຸດບັນຫາຜີວບໍ່ນຽນ ພຽງໃຊ້ຂີ້ກາເຟຂັດຜີວປະຈຳ 2-3 ຄັ້ງຕໍ່ອາທິດ, ຮັບຮອງວ່າຜີວພັນຈະຂາວໄສແນ່ນອນ.

   ຂີ້ກາເຟໝັກຜົມ: ຂີ້ກາເຟສາມາດແປຮູບໃຫ້ກາຍເປັນຄີມໝັກຜົມໄດ້ອີກທາງໜຶ່ງພຽງແຕ່ນໍາມາປະສົມກັບຢາສະຜົມທີ່ໃຊ້ຢູ່ປະຈຳຈາກນັ້ນນໍາມາໝັກຜົມປະໄວ້ 15-20 ນາທີແລ້ວລ້າງອອກດ້ວຍນໍ້າສະອາດເຮັດເປັນປະຈຳ 2-3 ຄັ້ງຕໍ່ອາທິດພຽງເທົ່ານີ້ກໍຈະເຮັດໃຫ້ຜົມເງົາງາມ, ມີນໍ້າໜັກ, ຊ່ວຍໃຫ້ຜົມມີສຸຂະພາບດີຂຶ້ນເພາະນໍ້າມັນຈາກຂີ້ກາເຟມີປະໂຫຍດຊ່ວຍບໍາລຸງຜົມໃຫ້ມີນໍ້າໜັກ ແລະງາມຂຶ້ນນັ້ນເອງ.