ສາເຫດທີ່ນັກທຸລະກິດຕ່າງປະເທດ ຫັນມາລົງທຶນຢູ່ລາວ

  ຫຼາຍໆຄົນອາດຈະຄິດສົງໄສວ່າເປັນຫຍັງນັກທຸລະກິດຕ່າງປະເທດຈຶ່ງມັກມາລົງທຶນຢູ່ ສປປ ລາວ, ທັງທີ່ປະເທດລາວກໍເປັນປະເທດທີ່ບໍ່ໃຫຍ່, ປະຊາກອນບໍ່ຫຼາຍແຖມຍັງເປັນປະເທດທີ່ບໍ່ທັນຫຼຸດພົ້ນຈາກຄວາມທຸກຍາກ, ຊຶ່ງຂໍ້ສົງໄສດັ່ງກ່າວບໍ່ເປັນບັນຫາໃຫ້ນັກລົງທຶນຕ່າງປະເທດແຕ່ຢ່າງໃດກັບກາຍມາເປັນຈຸດແຂງສໍາຄັນຄືປະເທດລາວມີທີ່ຕັ້ງທີ່ເປັນຍຸດທະສາດ, ມີລັດຖະບານທີ່ສະຖຽງລະພາບ ແລະ ປະຊາກອນໜ້ອຍຖືເປັນປັດໄຈເຊີນຊວນນັກລົງທຶນໃຫ້ຄວາມສົນໃຈຫຼາຍກວ່າປະເທດໃກ້ຄຽງ.

 ທ່ານ Rufus pinto ປະທານສະພາການຄ້າອົດສະຕຣາລີ ຢູ່ ສປປ ລາວ ໄດ້ມີຄໍາເຫັນຕໍ່ກອງປະຊຸມທຸລະກິດລາວຄັ້ງທີ 12 ວ່າ: ການລົງທຶນຕ່າງປະເທດມີບົດບາດສໍາຄັນຫຼາຍໃນການພັດທະນາເສດຖະກິດຂອງບັນດາປະເທດທີ່ກໍາລັງພັດທະນາໃນໂລກເຊັ່ນ: ສປປ ລາວ, ມັນຍັງສາມາດສະໜອງທຶນຮອນທີ່ສ່ວນຫຼາຍແລ້ວບັນດາປະ ເທດເຫຼົ່ານັ້ນບໍ່ມີພຽງພໍພາຍໃນປະເທດ,ນອກນັ້ນການລົງທຶນຕ່າງປະເທດຍັງສາມາດຖ່າຍທອດເຕັກໂນໂລຊີ, ຄວາມຮູ້ ແລະທັກສະໃໝ່ໆຜ່ານການຝຶກອົບຮົມທີ່ສາມາດຊ່ວຍພັດທະນາເສດຖະກິດໄດ້ໂດຍກົງ,ຈາກສະພາບເສດຖະກິດຂອງໂລກໃນປະຈຸບັນມີການປ່ຽນແປງທາງດ້ານໂຄງສ້າງ ແລະຍ້ອນຄວາມເຄັ່ງຕຶງຂອງການຄ້າລະຫວ່າງສະຫະລັດອາເມລິກາ ແລະປະເທດຈີນຊຶ່ງຫຼາຍປະເທດພວມຫາທາງເຮັດໃຫ້ສິນຄ້າຂອງຕົນມີຄວາມຫຼາກຫຼາຍຂຶ້ນກວ່າເກົ່າ ແລະຊອກຫາຕະຫຼາດໃໝ່ນອກຈາກປະ ເທດຈີນ, ເຮັດໃຫ້ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ກາຍເປັນປະເທດທາງເລືອກຂອງນັກລົງທຶນເຫດຜົນກໍຄືບັນດາປະເທດເຫຼົ່ານີ້ມີຫຼາຍປັດໄຈຊຸກຍູ້ການລົງ ທຶນທີ່ເຂັ້ມແຂງທັງຍັງສາມາດສະໜອງປັດໄຈທີ່ເປັນການດຶງດູດຄວາມສົນໃຈຂອງນັກລົງທຶນຕ່າງປະເທດນໍາອີກ.

  ນອກຈາກນັ້ນການສໍາຫຼວດຂອງຄະນະກໍາມະການການລົງທຶນ ແລະຄວາມໝັ້ນຄົງຂອງອົດສະຕຣາລີເຫັນວ່າ: ຕົ້ນເຫດທີ່ນັກລົງທຶນຕ້ອງການໄປລົງທຶນຢູ່ຕ່າງປະ ເທດແມ່ນມີ 3 ເຫດຜົນຫຼັກຄື: 1) ເພີ່ມຄວາມຫຼາກຫຼາຍຂອງທຸລະກິດເຊັ່ນ: ການກະຈາຍການລົງທຶນໃຫ້ກວ້າງອອກໃນຫຼາຍປະເທດ ແລະ ມີຕະຫຼາດຫຼາຍບ່ອນສາມາດຫຼຸດຜ່ອນຜົນກະທົບຕໍ່ນັກທຸລະກິດໂດຍລວມໂດຍສະເພາະໃນເວລາປະເທດໃດໜຶ່ງເກີດມີການທົດຖອຍດ້ານເສດຖະກິດ; 2) ການເຕີບໃຫຍ່ຂອງທຸລະກິດຊຶ່ງການລົງທຶນຕ່າງປະເທດຈະເປີດໂອກາດໃຫ້ບໍລິສັດຂອງເຂົາເຈົ້າໄດ້ຮັບໂອກາດດີຈາກສັກກະຍະພາບຂອງການເຕີບໃຫຍ່ດ້ານເສດຖະກິດຂອງປະເທດທີ່ເຂົາເຈົ້າໄປລົງທຶນໂດຍສະເພາະແມ່ນບັນດາຕະຫຼາດເກີດໃໝ່; ສ່ວນເຫດຜົນທີ 3) ມີຫຼາຍທາງເລືອກໂດຍນັກທຸລະກິດສາມາດລົງທຶນໃນຫຼາຍບໍລິສັດ, ຫຼາຍອຸດສາຫະກໍາ ແລະຫຼາຍແຫຼ່ງທຶນທີ່ບໍ່ມີຢູ່ພາຍໃນ ຫຼືລົງທຶນຍາກຢູ່ພາຍໃນປະເທດ.

ສະໜັບສະໜຸນໂດຍ: HONDA

 ສໍາລັບ ສປປ ລາວ ແມ່ນປະເທດທີ່ມີທີ່ຕັ້ງເປັນຍຸດທະສາດ,ມີລັດຖະບານທີ່ສະຖຽງລະພາບ, ເປັນປະທດທີ່ມີຈຸດສຸມໃນການໃຫ້ມີການລົງທຶນຈາກຕ່າງປະເທດດ້ວຍເຈດຈໍານົງຢາກເປີດເສດຖະກິດຂອງລາວ, ມີປະຊາກອນໜຸ່ມທີ່ສາມາດປ່ຽນແປງໄດ້ຕະຫຼອດເວລາ ແລະເປັນປະເທດໜຶ່ງໃນບັນດາປະເທດອາຊຽນທີ່ມີເນື້ອທີ່ດິນກວ້າງໃຫຍ່ຄິດໄລ່ຕໍ່ຫົວຄົນ,ຊຶ່ງຄຸນຄ່າດັ່ງກ່າວນີ້ແມ່ນຈຸດແຂງຂອງຊາດ, ນອກຈາກນີ້ລັດຖະບານລາວຍັງໄດ້ລະບຸເອົາ 3 ຂະແໜງການຄື: ຂະແໜງພະລັງງານ, ທ່ອງທ່ຽວ ແລະ ຂະແໜງກະສິກໍາເປັນປັດໄຈສໍາຄັນໃນການດຶງດູດນັກລົງທຶນ, ຍ້ອນເຫດຜົນທີ່ກ່າວມານີ້ຈຶ່ງເຮັດໃຫ້ນັກລົງທຶນ ຕ່າງປະເທດໃຫ້ຄວາມສົນໃຈລົງທຶນຢູ່ ສປປ ລາວ ຫຼາຍກວ່າປະເທດໃກ້ຄຽງ.

______________

ຂຽນໂດຍ: ກິ່ງລັດຕະນະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444