ສະໝຸນໄພຊ່ວຍລະລາຍໄຂມັນສະສົມໃນເສັ້ນເລືອດ

  ສາເຫດຫຼັກຂອງເສັ້ນເລືອດອຸດຕັນເພາະວິທີການດຳເນີນຊີວິດທີ່ບໍ່ດີສຸຂະພາບທີ່ບໍ່ແຂງແຮງເພາະບໍລິໂພກອາຫານທີ່ເຕັມດ້ວຍໄຂມັນຊຶ່ງເຮັດໃຫ້ເກີດການສະສົມໃນເສັ້ນເລືອດຂອງທ່ານເພື່ອລ້າງສານພິດອອກໃນຮ່າງກາຍ ແລະແກ້ເສັ້ນເລືອດອຸດຕັນພວກເຮົາຈິ່ງມີສູດເຄື່ອງດື່ມມາບອກຕໍ່. ສ່ວນປະກອບ:

  1. ນໍ້າໝາກເລັ່ນ.
  2. ນໍ້າໝາກນາວ 1/4 ຖ່ວຍ.
  3. ນໍ້າໝາກເຜັດຂີ້ໜູ ຫຼື ພິກໄທ 1/2 ບ່ວງຊາ.
  4. ຂິງຂູດ 1 ບ່ວງແກງ.
  5. ກ້ານຜັກເຊີນາລີ່ 2 ກ້ານ.
  6. ວິທີເຮັດ:ນໍ້າສ່ວນປະສົມທັງໝົດລົງໃນເຄື່ອງ ປັ່ນປະສົມໃຫ້ເຂົ້າກັນຈະໄດ້ເຄື່ອງດື່ມປະມານ 1 ຈອກດື່ມເຄື່ອງດື່ມນີ້ກ່ອນອາຫານ ເຊົ້າ-ສວຍ-ແລງ ມື້ລະ 3 ຈອກ.

----------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ