ຍີ່ປຸ່ນ ສາທິດສີລະປະປ້ອງກັນໂຕ“ບູໂດ”ຄັ້ງທີ 17

ໂດຍ: ສະຫງວນສັກ

   ການສາທິດສະແດງສິລະປະການປ້ອງກັນໂຕຍີ່ປຸ່ນ“ບູໂດ”ຄັ້ງທີ 17 ໄດ້ຈັດຂຶ້ນທີ່ສູນກີລາບູໂດລາວ-ຍີ່ປຸ່ນນະຄອນຫຼວງວຽງຈັນໃນວັນທີ 26 ມັງກອນ 2019, ໂດຍການຮ່ວມມືລະຫວ່າງສະຖານເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ, ຫ້ອງການອົງການໄຈກ້າ (JICA) ແລະກະຊວງສຶກສາທິການ ແລະກີລາ.

   ໃຫ້ກຽດເຂົ້າຮ່ວມຮັບຊົມມີທ່ານເຄນທອງ ນວນທະວົງຮອງປະທານຄະນະກຳມະທິການຕ່າງປະເທດ, ທ່ານພົງສະຫວັນ ບຸບຜາປະທານຄາຣາເຕໂດແຫ່ງຊາດລາວ, ທ່ານປອນເມກ ດາລາລອຍອະດີດປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ທ່ານຄາຊຸຮິໂຣ ຄຸໂນະອຸປະທູດຍີ່ປຸ່ນປະຈຳ ສປປ ລາວ ແລະທ່ານໂຢຊິຮາລຸ ໂຢເນຢາມະຫົວໜ້າຫ້ອງການໄຈກ້າປະຈຳ ສປປ ລາວ. ນອກຈາກນັ້ນກໍຍັງມີບັນດາແຂກທີ່ຖືກເຊີນ, ອາຈານ ແລະນັກຮຽນນັກສຶກສາເຂົ້າຮ່ວມ.

   ງານຄັ້ງນີ້ຈັດຂຶ້ນເປັນຄັ້ງທີ 17 ໂດຍມີນັກກີລາທີ່ສັງກັດຢູ່ສະຫະພັນຢູໂດແຫ່ງຊາດລາວ, ສະຫະພັນຄາຣາເຕແຫ່ງຊາດລາວ, ສະໂມສອນໄອກິໂດແຫ່ງຊາດລາວ ແລະສະໂມສອນເຄັນໂດລາວໄດ້ມາສະແດງຄວາມສາມາດຫຼັງຈາກທີ່ໄດ້ຮໍ່່າຮຽນມາພ້ອມທັງຍັງເປັນການສົ່ງເສີມການພັດທະນາທັກສະຂອງພວກເຂົາໃນອະນາຄົດ. ນອກຈາກນີ້ນັກກີລາບາງກຸ່ມອາດຈະໄດ້ມີໂອກາດເຂົ້າຮ່ວມການແຂ່ງຂັນກີລາໂອແລມປິກ 2020 ທີ່ໂຕກຽວນຳອີກ.

   ໃນຊຸມປີຜ່ານມາ, ຈຳນວນຊາວໜຸ່ມທີ່ໃຫ້ຄວາມສົນໃຈ ແລະຝຶກແອບສິລະປະການປ້ອງກັນໂຕຍີ່ປຸ່ນໄດ້ເພີ່ມຂຶ້ນຫຼາຍຢູ່ໃນ ສປປ ລາວ. ໃນເວລາດຽວກັນລະດັບຄວາມສາມາດຂອງບັນດານັກກີລາກໍເພີ່ມຂຶ້ນ. ຜົນງານອັນໜ້າປະທັບໃຈຈາກນັກກີລາທີ່ມີຄວາມຊຳນານໄດ້ເປັນສິ່ງຈຸດປະກາຍໃຫ້ບັນດາຊາວໜຸ່ມ ແລະມີສ່ວນເຮັດໃຫ້ຈຳນວນຜູ້ຫຼິ້ນກີລາບູໂດເຫຼົ່ານີ້ເພີ່ມຂຶ້ນຫຼາຍ.