ຫວຽດນາມ ປັບເພີ່ມອາຍຸບໍານານ ເລີ່ມປີ 2021

 ລັດຖະສະພາ ສສ ຫວຽດ ນາມອະນຸມັດກົດໝາຍແຮງງານ ທີ່ໄດ້ຮັບການແກ້ໄຂທີ່ມີການປ່ຽນແປງ ຊຶ່ງລວມທັງການປັບເພີ່ມອາຍຸບໍານານ ແລະເພີ່ມວັນພັກລັດຖະກອນອີກ 1 ວັນ.

ຕາມຂ່າວຕ່າງປະເທດລາຍ ງານວ່າສຳລັບອາຍຸບໍານານຂອງພະນັກງານໃນຫວຽດນາມປະຈຸບັນຜູ້ຊາຍຈະເຂົ້າບໍານານເມື່ອອາຍຸ 60 ປີ ແລະແມ່ຍິງອາຍຸ 55 ປີຈະຖືກປັບເພີ່ມເປັນ 62 ປີ ແລະ 60 ປີ ຕາມລໍາດັບ, ຊຶ່ງການປັບເພີ່ມອາຍຸບໍານານຂອງຄົນທີ່ເປັນພະນັກງານລັດໃນຫວຽດນາມຈະເລີ່ມຂຶ້ນໃນວັນທີ 1 ມັງກອນ ປີ 2021 ເປັນຕົ້ນໄປ, ລາຍງານຂອງອົງການແຮງງານສາກົນປີ 2017 ລະບຸວ່າປະມານ 10% ຂອງປະຊາກອນຫວຽດນາມມີອາຍຸຫຼາຍກວ່າ 60 ປີ ແລະຈະເພີ່ມເປັນ 18% ແລະຫຼາຍກວ່າ 30% ພາຍໃນປີ 2030 ແລະປີ 2050 ຕາມລໍາດັບ.

ຢ່າງໃດກໍຕາມກົດໝາຍໃໝ່ທີ່ມີຜົນບັງຄັບໃຊ້ໃນປີ 2021 ຍັງ ໄດ້ກຳນົດເພີ່ມວັນພັກລັດຖະການຕື່ມອີກ 1 ວັນ ຄືວັນຊາດນອກເໜືອ ໄປຈາກວັນພັກທາງລັດຖະການ 10 ວັນຕໍ່ປີ.

----------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ