ອີຣານ ປະທ້ວງລາຄານໍ້າມັນເສຍຊີວິດຫຼາຍກວ່າ 100 ຄົນ

 ການຊຸມນຸມປະທ້ວງຕໍ່ຕ້ານການຂຶ້ນລາຄານໍ້າມັນໃນອີຣານເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 100 ຄົນ ລັດຖະບານຕັດສັນຍານໂທລະສັບ ແລະມີທະຫານເວນຍາມ.

ຕາມຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ອີຣານກ່າວວ່າ ການຊຸມນຸມປະທ້ວງຕໍ່ຕ້ານການຂຶ້ນລາຄານໍ້າ ມັນໃນອີຣານມີຂຶ້ນຕະຫຼອດຫຼາຍວັນທີ່ຜ່ານມາວ່າ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 106 ຄົນ ແລະຈຳ ນວນຜູ້ເສຍຊີວິດທີ່ແທ້ຈິງອາດຈະສູງກວ່ານີ້ ຂະນະທີ່ລັດຖະບານອີຣານ ຍັງບໍ່ມີການເປີດເຜີຍຕົວເລກຜູ້ເສຍຊີວິດ, ບາດເຈັບ ແລະຜູ້ທີ່ຈັບກຸມ, ຂະນະທີ່ສຳນັກຂ່າວທ້ອງຖິ່ນລາຍງານວ່າ ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຈຳນວນ 3 ຄົນ ຖືກຜູ້ປະທ້ວງສັງຫານບໍລິເວນໃກ້ກັບນະຄອນຫຼວງເຕເຮຣານ.

ທັງນີ້ ການປະທ້ວງເລີ່ມຕົ້ນຂຶ້ນຕັ້ງແຕ່ວັນທີ 15 ພະຈິກທີ່ຜ່ານມາ ຈາກການປະກາດຍຸຕິການອູດໜູນລາຄານໍ້າມັນທົ່ວປະເທດ ສົ່ງຜົນເຮັດໃຫ້ລາຄານໍ້າມັນເພີ່ມຂຶ້ນ 50% ພາຍໃນຂ້າມຄືນ ຊຶ່ງເຫດການປະທ້ວງໄດ້ແກ່ຍາວຈົນລັດຖະບານຕ້ອງເຂົ້າມາປາບປາມການຊຸມນຸມລວມທັງຕັດອິນເຕີເນັດທົ່ວປະເທດ.

 ---------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ