ຜູ້ນໍາຟິລິບປິນປະກາດຈະຫ້າມສູບຢາໄຟຟ້າ

   ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີ ຟິລິບປິນປະກາດຈະຫ້າມສູບຢາໄຟຟ້າ ໂດຍຂູ່ຈະຈັບ ກຸມທຸກຄົນທີ່ສູບຢາໄຟຟ້າໃນທີ່ສາທາລະນະແຕ່ຍັງບໍ່ໄດ້້ມີກຳນົດໄລ ຍະເວລາວ່າຈະເລີ່ມບັງຄັບເມື່ອ ໃດ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ຄຳປະກາດຂອງຜູ້ນໍາຟິ ລິບປິນມີຂຶ້ນຫຼັງຈາກບໍ່ທໍ່ໃດວັນ ກ່ອນທາງການສາທາລະນະສຸກ ຟິລິບປິນລາຍງານວ່າ ໄດ້ພົບຄົນເຈັບທີ່ເປັນພະຍາດປອດອັກເສບ ທີ່ກ່ຽວຂ້ອງກັບການຢາສູບໄຟຟ້າ ຄົນທຳອິດຂອງປະເທດເປັນຍິງ ສາວອາຍຸ 16 ປີ, ທ່ານ ດູເຕີເຕ ເປັນຜູ້ນໍາທີ່ຂຶ້ນຊື່ໃນເລື່ອງການ ເຮັດສົງຄາມການຄ້າກັບຢາເສບ ຕິດ ແລະເປັນຜູ້ປະກາດຫ້າມສູບຢາໄຟຟ້າໃນທີ່ສາທາລະນະໃນ ຟິລິບປິນ ໂດຍເປັນສ່ວນໜຶ່ງຂອງນະໂຍບາຍຈັດການຄວາມບໍ່ມີລະບຽບໃນທີ່ສາທາລະນະຈົນປະຈຸບັນຟິລິບປິນຖືໄດ້ວ່າເປັນໜຶ່ງໃນປະເທດທີ່ມີກົດໝາຍຕໍ່ຕ້ານການສູບຢາທີ່ເຄັ່ງຄັດທີ່ສຸດປະເທດໜຶ່ງໃນໂລກ.

ຢາສູບໄຟຟ້າເປັນທີ່ນິຍົມມາຕັ້ງແຕ່ທົດສະວັດທີ່ຜ່ານມາແຕ່ ຫຼັງຈາກມີການເສຍຊີວິດ ແລະເຈັບເປັນທີ່ກ່ຽວຂ້ອງກັບການສູບຢາໄຟຟ້າໃນອາເມລິກາຈຶ່ງເຮັດໃຫ້ຢາສູບໄຟຟ້າກາຍເປັນສິ່ງຕ້ອງຫ້າມໃນຫຼາຍປະເທດ ໂດຍໃນເດືອນ ກັນຍາທີ່ຜ່ານມາອິນເດຍເປັນປະເທດຫຼ້າສຸດທີ່ຫ້າມການນໍາເຂົ້າ, ຂາຍ,ຜະລິດ ແລະໂຄສະນາຢາ ສູບໄຟຟ້າ.

---------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ