ເຕັກນິກການເກັບໝາກກ້ວຍບໍ່ໃຫ້ດຳ ແລະຊໍ້າ

  ກ້ວຍເປັນໝາກໄມ້ຊະນິດໜຶ່ງທີ່ດີຕໍ່ສຸຂະພາບ ໃນການຂັບຖ່າຍ ແລະຜີວພັນສວຍງາມຊຸ່ມຊື່ນແຕ່ໃນຕະຫຼາດກໍ່ມີຂາຍພຽງແບບເປັນຫວີເກີດເປັນບັນຫາ ກິນບໍ່ທັນ,ດຳ ເລະຄາມືໄປກ່ອນຈະຊື້ຕາມຮ້ານກໍແພງເກີນໄປບໍ່ສະດວກເລີຍມື້ນີ້ມີເຕັກນິກການຖະ  ໜອມກ້ວຍໃຫ້ສຸກແບບຊ້າເຊື່ອງຍື້ອາຍຸໃຫ້ກ້ວຍເປັນຫວີຂອງເຮົາກິນໄດ້ເປັນອາທິດ.

ວິທີເຮັດ: ເອົາກ້ວຍເຂົ້າຕູ້ເຢັນໄວ້ປະມານ 5 ວັນຈຶ່ງນຳອອກຈາກຕູ້ເຢັນມາເບິ່ງພົບວ່າກ້ວຍແຕ່ລະກຸ່ມຢູ່ໃນສະພາບທີ່ແຕກຕ່າງກັນ ໂດຍກຸ່ມທຳອິດທີ່ບໍ່ເອົາເຂົ້າຕູ້ເຢັນນັ້ນດຳ, ຊໍ້າ ແລ້ວກໍເລະບໍ່ໜ້າກິນອີກຕໍ່ໄປສ່ວນກຸ່ມທີ່ໃສ່ຕູ້ເຢັນລົດຊາດຍັງຄືເກົ່າແຕ່ຫວານຂຶ້ນເລັກນ້ອຍເທົ່ານັ້ນຊຶ່ງຖ້າຢາກໃຫ້ເປືອກມີສະພາບທີ່ດີບໍ່ຊໍ້າຫຼາຍແນະນຳວິທີທີ 3 ຄື: ການໃຊ້ເຈ້ຍຫໍ່ກ້ວຍເກັບໃສ່ກ່ອງແລ້ວໃສ່ຕູ້ເຢັນເລີຍ.

-----------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ