ຫຼາຍປະເທດໃນລຸ່ມແມ່ນ້ຳຂອງອາດໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ

ໄພແຫ້ງແລ້ງອາດຈະເກີດຂຶ້ນຢ່າງຮ້າຍແຮງຢູ່ ສປປ ລາວ, ໄທ, ກໍາປູເຈຍ ແລະ ສສ ຫວຽດ ນາມ ຍ້ອນນໍ້າໃນແມ່ນໍ້າຂອງຫຼຸດລົງຢູ່ໃນລະດັບຕໍ່າ.

ຕາມຂ່າວສານຫວຽດນາມ ລາຍງານວ່າ ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ ຈະຕ້ອງປະເຊີນໜ້າກັບສະພາບໄພແຫ້ງແລ້ງອາດຈະເກີດຂຶ້ນຢ່າງຮ້າຍແຮງ ຈົນຮອດເດືອນມັງກອນ ປີ 2020, ສົ່ງຜົນສະທ້ອນຕໍ່ການຜະລິດກະສິກໍາ ແລະ ການດໍາລົງຊີວິດຊຶ່ງບັນດານັກຊ່ຽວຊານລະບຸວ່າກະແສນໍ້າໃນແມ່ນໍ້າຂອງພວມຢູ່ໃນລະດັບຕໍ່າທີ່ສຸດໃນຮອບເວລາ 60 ປີຜ່ານມາ ສາຍເຫດແມ່ນຍ້ອນລະດູຝົນປີນີ້ສັ້ນກວ່າ 5 ອາທິດ ເມື່ອທຽບໃສ່ທຸກໆປີ, ບວກກັບປະກົດການ (El Nino) ໄດ້ເຮັດ ໃຫ້ອຸນຫະພູມສູງຜິດປົກກະຕິອັນໄດ້ພາໄປເຖິງສະພາບນໍ້າລະເຫີຍຢ່າງວ່ອງໄວ, ທ່ານ ເລິມຫຸ່ງເຊີນ ຫົວໜ້າສູນຄຸ້ມຄອງໄພນໍ້າຖ້ວມ ແລະແຫ້ງແລ້ງໃນພາກພື້ນ, ສັງກັດຄະນະເລຂາຄະນະກໍາມາທິການແມ່ນໍ້າຂອງ (MRC) ໃຫ້ຮູ້ວ່າ:  “ຕາມການສັງລວມຂອງສູນຕິດຕາມກວດກາໄດ້ລາຍງານວ່າລະດັບນໍ້າໃນແມ່ນໍ້າຂອງພວມຢູ່ໃນລະດັບຕໍ່າສຸດໃນປະຫວັດສາດສາຍເຫດແມ່ນຍ້ອນລະດັບນໍ້າຢູ່ຍ່ານນໍ້າໄຫຼ ລົງມາໜ້ອຍ, ປະລິມານນໍ້າໄຫຼໄປໃສ່ແມ່ນໍ້າທະເລສາບ (Tunle Sap) ຫຼຸດໜ້ອຍລົງ, ສະນັ້ນ, ເລື່ອງດັດສົມປະລິມານນໍ້າຈາກແມ່ນໍ້າ Tunle Sap ໃນລະດູແລ້ງແມ່ນຕໍ່າ, ເຮັດໃຫ້ລະດັບນໍ້າໃນແມ່ນໍ້າຂອງຫຼຸດລົງຕໍ່າ”.

 ຄາດວ່າ, ສະພາບການໄພແຫ້ງແລ້ງຈະຮ້າຍແຮງກວ່າເກົ່ານັບແຕ່ຕົ້ນເດືອນທັນວາ 2019 ຫາເດືອນມັງກອນ 2020, ສະພາບການດັ່ງກ່າວອາດຈະສົ່ງຜົນກະທົບບໍ່ດີຕໍ່ການຜະລິດກະສິກໍາ ແລະ ການດໍາລົງຊີວິດຂອງປະຊາຊົນ.

--------------

ໜັງສືພີມເສດຖະກິດ-ສັງຄົມ