ຈີນພັດທະນາຈັກກ່ຽວກັບເຂົ້າອັດສະລິຍະ 5 ຈີ

  ສຳນັກຂ່າວຊິນຮວາເປີດເຜີຍເມື່ອບໍ່ດົນມານີ້ວ່າມີການສາທິດໃຊ້ນະວັດຕະກຳຈັກກ່ຽວເຂົ້າອັດສະລິຍະ   +5 ຈີ  (5G) ໄດ້ຈັດຂຶ້ນທີ່ພື້ນທີ່ເຂົ້າອິນຊີຂະໜາດ  416 ໄຮ່ ໃນເຂດສົງໝິງນະຄອນຊຽງ ໄຮ້້ຂອງ ສປ ຈີນ.

ຈັກກ່ຽວເຂົ້າອັດສະລິຍະ 5 ຈີ ເມື່ອເຮົາກົດປຸ່ມສັ່ງຈາກໄລຍະໄກຈັກກ່ຽວເຂົ້າບໍ່ມີຄົນຂັບ 5 ຈີ ຈະເຄື່ອນໄຫວໄປຍັງທົ່ງນາໂດຍສາມາດເຄື່ອນທີ່ໄປຍັງດ້ານໜ້າ, ດ້ານຫຼັງ ແລະ ລ້ຽວຊ້າຍຂວາໄດ້ຢ່າງອິດສະຫຼະພ້ອມທັງເກັບກ່ຽວເຂົ້າໄດ້ຕາມພື້ນທີ່ປູກເຂົ້າໄວ້ໄດ້ຢ່າງແມ່ນຢໍາ, ຂໍ້ມູນຈາກກ້ອງຖ່າຍວິດີໂອຄົມຊັດສູງຈະຖືກສົ່ງຕໍ່ຜ່ານເຕັກໂນໂລຊີ 5 ຈີ ໄປຍັງສູນຄວບຄຸມໄລຍະໄກຂອງແພລດຟອມອັດສະລິຍະໃນພື້ນທີ່ເມືອງ ແລະ ຊົນນະບົດຂອງສົງໝິງແບບຣຽວທາມ, ຊຶ່ງເຄື່ອງຈັກດັ່ງກ່າວສາມາດເກັບຂໍ້ມູນພື້ນທີ່ນາ ແລະ ປະມວນຜົນເພື່ອຂັບເຄື່ອນຫຼົບຫຼີກສິ່ງກີດຂວາງ ແລະ ເກັບກ່ຽວຜົນຜະລິດໄດ້ໂດຍອັດຕະໂນມັດ.

ຈັກກ່ຽວເຂົ້າອັດສະລິຍະ 5 ຈີ ຊ່ວຍຫຼຸດການໃຊ້ແຮງງານຄົນໄດ້ຈຳນວນຫຼາຍ ໂດຍ 1 ຄົນສາມາດຄວບຄຸມເຄື່ອງຈັກຊະນິດນີ້ໄດ້ຫຼາຍເຄື່ອງຢ່າງສະດວກສະບາຍໃນໄລຍະໄກ.

------------------

ໜັງສືພີມເສດຖະກິດ-ສັງຄົມ