ຫວຽດນາມ-ເຊັກ ຊຸກຍູ້ການຮ່ວມມືໃນຫຼາຍຄົງເຂດ

   ສສ ຫວຽດນາມ ແລ ເຊັກ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຄື: ການຄ້າ, ການລົງທຶນ, ອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ສິ່ງແວດລ້ອມ.

ຕາມຂ່າວສານຫວຽດນາມ ລາຍງານວ່າ  ໃນເວທີປາໄສວິສາຫະກິດຫວຽດນາມ-ເຊັກ ໂດຍຫ້ອງການການຄ້າ ແລະ ອຸດສາຫະກິດຫວຽດນາມ (VCCI) ສົມທົບ ກັບສະຖານທູດເຊັກປະຈຳຫວຽດ ນາມຈັດຕັ້ງຢູ່ນະຄອນໂຮ່ຈີມິນ ໃນວັນທີ 21 ພະຈິກທີ່ຜ່ານມາ ລະ ບຸວ່າ ປີ 2018, ວົງເງິນການຄ້າ ສອງຝ່າຍລະຫວ່າງຫວຽດນາມ- ເຊັກ ບັນລຸໄດ້ເກືອບ 300 ລ້ານໂດລາສະຫະລັດ,  ຫວຽດນາມສົ່ງອອກໄປຍັງເຊັກສ່ວນຫຼາຍແມ່ນບັນດາຜະລິດຕະພັນຄື: ໂທລະສັບມືຖື ແລະ ເຄື່ອງອາໄຫຼ່, ເກີບ, ສິນໃນນ້ຳ, ເຄື່ອງຕ່ຳແຜ່ນຕັດຫຍິບ, ໃນຂະ ນະນັ້ນ ເຊັກສົ່ງອອກມາຍັງຫວຽດນາມແມ່ນບັນດາປະເພດສິນຄ້າຄື: ສານເຄມີ, ເຄື່ອງຈັກ, ອຸປະກອນ, ການຢາ... ຫວຽດນາມ ມີຄວາມປາດຖະໜາຢາກຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືດ້ານການຄ້າ, ການລົງທຶນສອງຝ່າຍໃຫ້ຫຼາຍກ່ວານີ້ອີກເພື່ອມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າໃຫ້ຂຶ້ນ ເຖິງ 1 ຕື້ໂດລາ.

ບັນດາວິສາຫະກິດ ເຊັກ ຖືວ່າການຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ເຊັກ ບໍ່ພຽງແຕ່ນຳມາຊຶ່ງຜົນປະໂຫຍດໃຫ້ແກ່ທັງສອງປະເທດເທົ່ານັ້ນ ແຕ່ຍັງປະກອບສ່ວນເຂົ້າໃນການສ້າງຂົວເຊື່ອມຕໍ່ການຮ່ວມມືລະຫວ່າງສອງພາກພື້ນເສດຖະກິດ ສຳຄັນແມ່ນ ອາຊຽນ ແລະ ອີຢູ ໃນໄລຍະຈະມາເຖິງອີກດ້ວຍ.

-----------------

ໜັງສືພີມເສດຖະກິດ-ສັງຄົມ