ສຸຂຸມາ ເກັບລາຍຮັບໄດ້ 84% ຂອງແຜນປີ

 ເມືອງສຸຂຸມາເປັນເມືອງໜຶ່ງຂອງ ແຂວງຈຳປາສັກ ທີ່ໄດ້ຕັ້ງໜ້າໃນການຈັດຕັ້ງປະຕິບັດການເກັບລາຍຮັບເຂົ້າງົບປະມານໂດຍຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 8,85 ຕື້ກີບ ທຽບໃສ່ແຜນການເທົ່າກັບ 84,47%.

  ອີງຕາມຂໍ້ມູນລາຍງານຈາກເມືອງສຸຂຸມາໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ຫ້ອງການ-ການເງິນເມືອງສຸຂຸມາ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນປະຈຳປີ 2019, ໂດຍການເປັນປະທານຂອງທ່ານ ໜູພັດ ສີໄວຍະວົງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງສຸຂຸມາ, ມີກໍາມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ພະ ນັກງານຈາກແຂວງທີ່ຫັນລົງກໍ່ສ້າງຮາກຖານ, ຫ້ອງການທີ່ກ່ຽວຂ້ອງຂອງເມືອງ,ພະນັກງານວິຊາການຈາກຫ້ອງການໆເງິນເມືອງ,ປະທານກຸ່ມບ້ານ 6 ກຸ່ມບ້ານ, ພາ ສີບ້ານ ແລະ ນາຍບ້ານທົ່ວເມືອງເຂົ້າຮ່ວມ.

ສະໜັບສະໜຸນໂດຍ: HONDA

  ທ່ານ ບຸນຍູ້ ປາລະມີ ຫົວໜ້າຫ້ອງການໆເງິນເມືອງໄດ້ຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານການເງິນຂັ້ນບ້ານສົກປີ 2019 ແລະ ທິດທາງແຜນ ການປີ 2020 ຊຶ່ງໄດ້ຍົກໃຫ້ເຫັນການຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 8,85 ຕື້ກີບ ໃນນັ້ນຮັບດຸ່ນດ່ຽງຈາກແຂວງ 5,78 ຕື້ກີບ ແລະເມືອງຈັດເກັບໄດ້ 3 ຕື້ກວ່າ ກີບ ທຽບໃສ່ແຜນການເທົ່າກັບ 84,47%, ທຽບໃສ່ໄລຍະດຽວກັນຂອງປີກ່ອນເທົ່າກັບ 93,47%. ໃນນັ້ນຈັດເກັບຈາກສ່ວຍສາອາກອນຈໍານວນ 2,77 ຕື້ກີບ, ທຽບໃສ່ແຜນການເທົ່າກັບ 79,36%, ທຽບໃສ່ໄລຍະດຽວກັນຂອງປີກ່ອນເທົ່າກັບ 93,18%, ຈັດເກັບຈາກໜ່ວຍງານຊັບສິນ 301,7 ລ້ານກີບ, ທຽບໃສ່ແຜນການເທົ່າກັບ 206,91% ທຽບໃສ່ໄລຍະດຽວກັນຂອງປີກ່ອນເທົ່າກັບ 96,25%.

 ຈາກນັ້ນກໍໄດ້ຮັບຟັງການປະກອບຄໍາເຫັນຈາກກົມກອງ, ກຸ່ມບ້ານ, ບ້ານຢ່າງກົງໄປກົງມາເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໄດ້ຕາມແຜນການທີ່ກໍານົດໄວ້, ພ້ອມນີ້ກອງປະຊຸມໄດ້ມອບໃບຍ້ອງຍໍພ້ອມຂອງຂວັນຈາກທ່ານເຈົ້າເມືອງ, ໃຫ້ແກ່ປະທານກຸ່ມບ້ານ, ອໍານາດການປົກຄອງບ້ານ, ພາສີບ້ານທີ່ມີຄວາມເຂັ້ມແຂງ, ສາ ມາດເປັນບ້ານປະຕິບັດຕົວເລກລາຍຮັບມອບເຂົ້າງົບປະມານໄດ້ສໍາເລັດຕາມແຜນການທີ່ກຳນົດໄວ້.

---------------

ໜັງສືພີມເສດຖະກິດ-ສັງຄົມ