ສັບພະຄຸນທາງຢາຂອງໝາກເຟືອງ

   ໝາກເຟືອງມີວິຕາມິນຊີຫຼາຍ ແລະໝາກເຟືອງມີປະລິມານພະລັງງານນໍ້າຕານ ແລະເກືອໂຊດຽມຕໍ່າເໝາະກັບການກິນເພື່ອຄວບຄຸ່ມນໍ້າໜັກຄຸມນໍ້າຕານໃນເລືອດ ຫຼື ລົດຄວາມຕຸ້ຍມີກົດໝາກໄມ້ຫຼາຍໃຊ້ເປັນສ່ວນປະສົມຂອງເຄື່ອງສຳອາງຊຳລະລ້າງຜິວກາຍ ແລະປ້ອງກັນການເກີດສິວ.

  1. - ແກ້ຮ້ອນໃນລົດຄວາມຮ້ອນໃນຮ່າງກາຍ.
  2. - ບັນເທົາອາການຂອງໜິ່ວໃນທາງເດີນປັດ ສະວະ.
  3. - ຂັບຂີ້ກະເທິ, ໃຊ້ກຳຈັດຂີ້ຮັງແຄ ແລະບຳລຸງ ເສັ້ນຜົມ.
  4. - ຊ່ວຍໃຫ້ເລືອດແຂງຕົົວງ່າຍ, ຊ່ວຍລະງັບ ຄວາມຫງຸດຫງິດ ແລະຊ່ວຍໃຫ້ຫຼັບງ່າຍຂຶ້ນ.
  5. - ບັນເທົາອາການເລືອດອອກຕາມເຟັນແຂ້ວ.
  6. ___________

     ​ໜັງສືພິມເສດຸະກິດ-ສັງຄົມ