ຫວຽດນາມອະນຸມັດສ້າງສະໜາມບິນ ມູນຄ່າ 254 ລ້ານໂດລາ

ກະຊວງຄົມມະນາຄົມຂອງ ສສ ຫວຽດນາມອະນຸມັດແຜນສ້າງສະໜາມບິນໃນເມືອງຊາປາ ແຂວງລາວກາຍທາງພາກເໜືອ ຂອງຫວຽດນາມ ໂດຍການກໍ່ສ້າງມີກຳນົດເລີ່ມຂຶ້ນໃນປີນີ້ ແລະ ຈະແລ້ວສຳເລັດໃນປີ 2021.

ຕາມຂ່າວຕ່າງປະເທດລາຍງານວ່າ ໂຄງການກໍ່ສ້າງສະໜາມບິນມີມູນຄ່າ 5,9 ພັນຕື້ດົງ(ປະ ມານ 254 ລ້ານໂດລາສະຫະ ລັດ) ຈະໃຊ້ງານໃນກິດຈະການ ຂອງພົນລະເຮືອນ ແລະ ທະຫານໂດຍສະໜາມບິນແຫ່ງນີ້ຈະມີຄວາມຍາວ 2.400 ແມັດ, ກວ້າງ 45 ແມັດ ແລະ ສາມາດຂະຫຍາຍຄວາມຍາວໄດ້ເຖິງ 3.050 ແມັດ ໃນປີ 2030 ຖ້າຫາກຈຳເປັນຊຶ່ງທາງແລ່ນຂອງສະໜາມບິນຈະສາມາດຮອງຮັບເຮືອບິນແອບັສ A320, A321 ຫຼື ທຽບເທົ່າໄດ້ສູງສຸດ 9 ລໍາ, ຊຶ່ງອາຄານຜູ້ໂດຍສານຈະມີ 2 ຊັ້ນ ສຳລັບຜູ້ໂດຍສານຂາເຂົ້າ ແລະ ຜູ້ໂດຍສານຂາອອກຊຶ່ງຍັງສຳ ຮອງພື້ນທີ່ສຳລັບການກໍ່ສ້າງອາຄານຜູ້ໂດຍສານອີກຫຼັງໜຶ່ງ ແລະ ອາຄານສິນຄ້າອີກຫຼັງໜຶ່ງຫຼັງຈາກ ປີ 2030 ໂດຍໃນໄລຍະສັ້ນສິນ ຄ້າທັງໝົດຈະດຳເນີນການຜ່ານທາງອາຄານຜູ້ໂດຍສານ, ຜູ້ໃຊ້ງານຕົ້ນຕໍຂອງສະໜາມບິນຊາປາຄາດວ່າຈະເປັນນັກທ່ອງທ່ຽວຈາກທົ່ວປະເທດ ແລະ ຈາກຕ່າງປະເທດ.

ປະທານຄະນະກຳມະການປະຊາຊົນແຂວງລາວກາຍກ່າວວ່ານັກທ່ອງທ່ຽວເດີນທາງມາທ່ອງທ່ຽວລາວກາຍໃນປີ 2018 ມີ ຈຳນວນເກືອບ 4,2 ລ້ານຄົນ ເພີ່ມຂຶ້ນຈາກປີ 2017 ປະມານ 21% ແລະຄາດວ່າຈຳນວນນັກທ່ອງທ່ຽວຈະເພີ່ມຂຶ້ນເຖິງ 5 ລ້ານ ຄົນໃນປີນີ້.

-----------------

ໜັງສືພີມເສດຖະກິດ-ສັງຄົມ