ໄອເອັມເອຟປັບຫຼຸດ ຈີດີພີ ຍີ່ປຸ່ນປີນີ້ເຫຼືອ 0,8%

ກອງທຶນການເງິນສາກົນ (ໄອເອັມເອຟ) ປັບຫຼຸດການຄາດຄະເນຕົວເລກຜະລິດຕະພັນພາຍໃນ (ຈີດີພີ) ຍີ່ປຸ່ນປີ 2019 ເຫຼືອ 0,8%.

ຕາມຂ່າວຕ່າງປະເທດລາຍງານວ່າກອງທຶນການເງິນສາກົນປັບຫຼຸດຄາດຄະເນຈີດີພີຂອງຍີ່ປຸ່ນໃນປີ 2019 ລົງເຫຼືອ 0,8% ຈາກລະດັບ 0,9% ແລະຍັງໄດ້ປັບຫຼຸດການຄາດຄະເນຂອງປີ 2020 ລົງເຫຼືອ  0,5% ນອກຈາກນີ້ ໄອເອັມເອຟ ຍັງໄດ້ຮຽກຮ້ອງໃຫ້້ລັດຖະບານ ແລະ ທະນາຄານກາງຍີ່ປຸ່ນຮ່ວມມືໃນການສະໜັບສະໜູນເສດຖະກິດໃຫ້ຫຼາຍຂຶ້ນຫຼັງຈາກທີ່ໄດ້ປັບຫຼຸດຄາດຄະເນການຂະຫຍາຍຕົວເປັນເທື່ອທີ 3 ແລ້ວ ໃນປີນີ້, ທ່ານ ນາງ ຄຣິສຕາລິນາ ຈໍຈີວາ ຜູ້ອຳນວຍການໄອເອັມເອຟຍັງໄດ້ສະໜັບສະໜູນແຜນກະຕຸ້ນເສດຖະກິດທີ່ລັດຖະບານຍີ່ປຸ່ນໄດ້ວາງແຜນໄວ້ໂດຍເບິ່ງວ່າແຜນການດັ່ງກ່າວຊ່ວຍກະຕຸ້ນໃນເລື່ອງຂອງການຂະຫຍາຍຕົວ ແລະ ລາຄາ.

ທັງນີ້ ໄອເອັມເອຟ ຍັງໄດ້ແນະນໍາໃຫ້ທະນາຄານກາງຍີ່ປຸ່ນດຳເນີນ ນະໂຍບາຍທີ່ມີຄວາມຍືນຍົງຫຼາຍຂຶ້ນຊຶ່ງລວມເຖິງການກຳນົດເປົ້າໝາຍພັດທະນາໄລຍະສັ້ນ ພ້ອມເນັ້ນໜັກເລື່ອງການປະຕິຮູບດ້ານໂຄງສ້າງເພື່ອກະຕຸ້ນການຂະຫຍາຍຕົວ.

---------------

ໜັງສືພີມເສດຖະກິດ-ສັງຄົມ