ເສດຖະກິດເມັກຊິກເຂົ້າສູ່ພາວະຖົດຖອຍ

ເມັກຊິກ ປະເທດເສດຖະກິດໃຫຍ່ ທີ່ສຸດອັນດັບ 2 ຂອງ ອາເມລິກາ ລາຕິນ ຮອງຈາກບຣາ ຊິນເຂົ້າສູ່ພາວະຖົດຖອຍໃນໄລຍະ 2 ໄຕມາດຂອງປີນີ້ ແລະ ມີອັດຕາການເຕີບໂຕເປັນສູນໃນໄລຍະ 3 ໄຕມາດ.

ຕາມຂ່າວຕ່າງປະເທດລາຍງານວ່າຂໍ້ມູນສະບັບປັບປຸງຂອງສະຖາບັນສະຖິຕິແຫ່ງຊາດເມັກ ຊິກ (INEGI) ພົບວ່າເສດຖະກິດຂອງປະເທດໃນໄລຍະ 2 ໄຕມາດທຳອິດຂອງປີ 2019 ຫຼຸດລົງ ໄຕມາດລະ 0,1% ແລະຢູ່ໃນພາວະງຽບເຫງົາໃນໄຕມາດ 3 ຫຼັງ ຈາກເບື້ອງຕົ້ນປະເມີນວ່າເສດຖະກິດເມັກຊິກຈະຫົດຕົວ 0,2% ໃນໄຕມາດທຳອິດຈາກນັ້ນຈະຂະ ຫຍາຍຕົວ 0,2% ໃນໄຕມາດ 2 ກ່ອນມີການດັດແກ້ເຫຼືອສູນ ແລະ ຫຼຸດລົງ 0,1% ໃນໄຕມາດ 3, ຊຶ່ງເປັນການຢືນຢັນວ່າເສດຖະກິດຂອງເມັກຊິກໄດ້ເຂົ້າສູ່ພາວະຖົດຖອຍໃນໄລຍະຕົ້ນປີນີ້ເນື່ອງຈາກເສດຖະກິດຫົດຕົວ 2 ໄຕ ມາດຕິດຕໍ່ກັນ.

ທ່ານ ໂລເປບ ໂອບຣາດໍ ປະ ທານາທິບໍດີຂອງເມັກຊິກເຂົ້າ ຮັບຕຳແໜ່ງໃນເດືອນທັນວາປີ 2018 ພ້ອມໃຫ້ຄຳສັນຍາວ່າຈະຊຸກຍູ້ໃຫ້ເກີດການເຕີບໂຕທາງ ເສດຖະກິດໃຫ້ໄດ້ 2% ໃນປີ 2019 ແລະ ມີຄ່າສະເລ່ຍ 4% ຕະຫຼອດໄລຍະການດຳລົງຕຳແໜ່ງ 6 ປີ.

----------------

ໜັງສືພີມເສດຖະກິດ-ສັງຄົມ