ດານມາກແຊັມປະເທດປອດໄພສຳລັບການທ່ອງທ່ຽວ

   ເວັບໄຊ ຊຶ່ງເປັນບໍລິສັດ ດ້ານຄວາມປອດໄພໃນການເດີນທາງເປີດເຜີຍການຈັດປະເພດຂອງຄວາມສ່ຽງລະຫວ່າງການເດີນທາງໄປຍັງປະເທດຕ່າງໆທົ່ວ ໂລກປະຈຳປີ 2020 ພົບວ່າດານມາແຊັມປະເທດປອດໄພສຳລັບການທ່ອງທ່ຽວ.

ຕາມຂ່າວຕ່າງປະເທດລາຍງານວ່າ ການຈັດອັນດັບຄວາມສ່ຽງດ້ານຄວາມປອດໄພໃນການທ່ອງທ່ຽວຕາມປະເທດຕ່າງໆແບ່ງອອກເປັນ 5 ປະເພດ ມີຕັ້ງ ແຕ່ຄວາມສ່ຽງດ້ານການແພດເຊັ່ນການຕິດເຊື້ອພະຍາດ, ອາຊະຍາກຳ, ຄວາມປອດໄພຕາມທ້ອງຖະໜົນໄປຈົນເຖິງຄວາມຮຸນແຮງທາງການເມືອງຈາກການຈັດອັນດັບພົບວ່າປະເທດທີ່ປອດໄພສຳລັບການທ່ອງທ່ຽວໃນປີໜ້າສ່ວນໃຫຍ່ລ້ວນແຕ່ເປັນປະເທດໃນເອີຣົບເຊັ່ນ: ດານມາກ, ແຟງລັງ, ກຣີນແລນ, ອຽກລັງ, ນໍແວ, ສະໂລວານີ, ລຸກຊໍາບວກ ແລະ ສະວິດ, ສ່ວນປະເທດທີ່ຈັດວ່າອັນຕະລາຍສຳລັບການທ່ອງທ່ຽວມີຄືອາຟະການິິດສະຖານ, ອາຟຣິກາກາງ, ໂຊມາລີ ແລະ ຊີຣີ.

ປະເທດຈຸດໝາຍປາຍທາງຍອດນິຍົມຄື: ອາເມລິກາ, ອັງກິດ, ການາດາ, ອົດສະຕຣາລີ, ສປ ຈີນ ແລະ ປະເທດສ່ວຍໃຫຍ່ໃນເອີຣົບຈັດວ່າປອດໄພ.

-----------------

ໜັງສືພີມເສດຖະກິດ-ສັງຄົມ