ຫຼາຍສາເຫດທີ່ພາໃຫ້ເປັນພະຍາດຕັບແຂງ

  ເຫຼົ້າ ແລະເຄື່ອງດື່ມທີ່ມືນ ເມົາທຸກຊະນິດກາຍເປັນສາເຫດ ອັນດັບໜຶ່ງທີ່ເຮັດໃຫ້ເກີດພະຍາດ ຕັບແຂງ ໂດຍສະເພາະຜູ້ທີ່ມັກດື່ມ ເຫຼົ້າ 480 ຊີຊີ/ມື້ ຫຼື ວາຍ 1,600 ຊີຊີ/ມື້, ເບຍ 4000ຊີຊີ/ມື້ ຕິດຕໍ່ ກັນເປັນເວລາ 5-10 ປີ ບຸກຄົນ ດັ່ງກ່າວນີ້ຍ່ອມສ່ຽງເປັນພະຍາດ ຕັບແຂງຫຼາຍກວ່າຄົນທີ່ດື່ມໜ້ອຍ ເນື່ອງຈາກແອວກໍຮໍໃນເຄື່ອງດື່ມ ເຫຼົ່ານີ້ຈະເຮັດໃຫ້ການໃຊ້ໂປຣຕີນ, ໄຂມັນ ແລະະຄາໂບໄຮເດດໃນຕັບ ຜິດປົກກະຕິສົ່ງຜົນໃຫ້ເກີດພາວະຕັບອັກເສບໄດ້ງ່າຍ ແລະເມື່ອຕັບ ອັກເສບດົນໆ ກໍຈະເຮັດໃຫ້ເກີດພາ ວະຕັບແຂງໃນທີ່ສຸດ.

- ຢາ, ສານພິດ ແລະພະຍາດ ບາງຊະນິດ: ສຳຫຼັບຄົນທີ່ໃຊ້ຢາຕິດຕໍ່ກັນດົນໆ ໂດຍສະເພາະຢາສະ ໝຸນໄພບາງຊະນິດເຊັ່ນ: ຢາເມັດໃບຂີ້ເຫຼັກກໍ່ອາດເຮັດໃຫ້ເກີດການ ຕົກຄ້າງຈົນກໍ່ພາວະຕັບອັກເສບ ຊຳເຮື້ອໄດ້ລວມທັງສານພິດເຊັ່ນ: ສານໜູ (Arsenic) ກໍສາມາດເຮັດໃຫ້ເກີດພັງຟຶດໃນຕັບ.

- ທໍ່ນໍ້າບີອຸດຕັນ: ປົກກະຕິແລ້ວ ນໍ້າບີຈະຖືກສ້າງຂຶ້ນມາຢູ່ຕັບ ແລະ ໄຫຼລົງມາສູ່ລຳໄສ້ນ້ອຍສ່ວນຕົ້ນ ແຕ່ຖ້າເກີດພາວະນໍ້າບີອຸດຕັນເຊັ່ນ:ໜີ້ວອຸດຕັນທໍ່ນໍ້າບີ ຫຼື ກ້ອນເບົ້າອຸດຕັນທໍ່ນໍ້າບີເຮັດໃຫ້ທໍ່ນໍ້າບີຕີບເປັນ ເວລາດົນໆ ນໍ້າບີຈະໄຫຼຢ້ອນກັບໄປຢູ່ຕັບ ແລະທຳລາຍເນື້ອເຍື້ອຕັບຈົນເກີດພາວະຕັບແຂງໄດ້.

  • ໄຂມັນສະສົມສູງ: ພາວະທີ່ມີໄຂມັນສະສົມຢູ່ຕັບຫຼາຍອາດ ກະຕຸ້ນໃຫ້ເກີດພາວະຕັບອັກເສບ ຊຳເຮື້ອ ແລະກາຍເປັນຕັບແຂງໃນທີ່ສຸດ ໂດຍພາວະໄຂມັນໃນຕັບຫຼາຍນີ້ອາດພົບຮ່ວມກັບພະຍາດອື່ນໆເຊັ່ນ:ພະຍາດເບົາຫວານ.
  • ------------------

    ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ