ມູນນິທິເກື້ອຝັນເດັກມອບອາຄານຮຽນຫຼັງໃໝ່ໃຫ້ ມສ ປາກເກງ

 ເມື່ອອາທິດຜ່ານມາທີ່ໂຮງຮຽນ ມສ ປາກເກງ ເມືອງປາກແຊງ ແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບອາຄານຮຽນຫຼັງໃໝ່ໂດຍເປັນກຽດກ່າວມອບຂອງທ່ານ ແດນນຽວ ຫົວໜ້າອົງການມູນນິທິເກື້ອຝັນເດັກ ແລະກ່າວຮັບໂດຍທ່ານ ແສງທອງ ສຸດທິວົງ ຜູ້ອຳນວຍການໂຮງຮຽນ ມສ ປາກເກງເຂົ້າຮ່ວມມີທ່ານ ຄຳເຜີຍ ລໍພະຈັນ ຫົວ ໜ້າຫ້ອງການສຶກສາທິການ ແລະ ກີລາເມືອງປາກແຊງ, ທ່ານ ສົມລິດ ຈັນທະມາລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງຫຼວງພະບາງ ອຳນາດການປົກຄອງບ້ານ, ກຸ່ມ, ຄະນະພັດທະນາການສຶກສາ, ສະມາຄົມພໍ່ແມ່ນນັກຮຽນ, ພະນັກງານ, ຄູ-ອາຈານ ແລະນ້ອງນັກຮຽນຕະ ຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມ.

ສະໜັບສະໜຸນໂດຍ: HONDA

  ໂຮງຮຽນ ມສ ປາກເກງ ໄດ້ຮັບການສ້າງຕັ້ງຂຶ້ນໃນສົກຮຽນ 1981-1982 ເປັນມັດທະຍົມຕົ້ນມີ 3 ຂັ້ນຮຽນຄື ມ1-ມ3 ແລະ ເປັນໂຮງຮຽນແຫ່ງທຳອິດຂອງເມືອງປາກແຊງ ມາຮອດສົກຮຽນ 2014-2015 ໄດ້ປະກາດເປັນມັດທະຍົມສົມບູນມີ 7 ຂັ້ນຮຽນ ມ1-ມ7 ມີຫ້ອງຮຽນທັງໝົດ 12 ຫ້ອງຮຽນ, ມີອາຄານຮຽນທັງໝົດ 3 ຫຼັງ (ລວມທັງຫຼັງໃໝ່) ມີຫໍພັກຄູ-ອາຈານ 1 ຫຼັງ, ຫໍພັກນັກຮຽນ 1 ຫຼັງ 3 ຫ້ອງນອນ, ມີຄູ-ອາຈານທັງ ໝົດ 26 ຄົນ, ຍິງ 9 ຄົນໃນນັ້ນ ຄູອາສາສະໝັກ 8 ຄົນ, ຍິງ 4 ຄົນ,ມີນັກຮຽນ 392 ຄົນ, ຍິງ 171 ຄົນໂຮງຮຽນຫຼັງດັ່ງກ່າວຕັ້ງຢູ່ໃຈກາງກຸ່ມພັດທະນາຫາດຮວາຍປະກອບມີ 7 ບ້ານທີ່ມາເຂົ້າບໍລິການໂດຍຫ່າງ ຈາກເທສະບານເມືອງ 37 ກິໂລແມັດ ຫ່າງຈາກແຂວງ 45 ກິໂລແມັດ.

  ສຳລັບການກໍ່ສ້າງອາຄານຮຽນຫຼັງໃໝ່ຂອງໂຮງຮຽນ ມສ ປາກເກງຄັ້ງນີ້ ໂດຍທຶນສົມທົບລະຫວ່າງມູນນິທິເກື້ອຝັນເດັກຈາກລາຊາອານາຈັກໄທຈຳນວນ 60 ລ້ານກີບ ແລະທຶນແຮງງານຂອງພໍ່ແມ່ປະຊາຊົນຈຳນວນໜຶ່ງລວມມູນຄ່າການກໍ່ສ້າງທັງໝົດ 80 ລ້ານກີບ, ອາຄານໃໝ່ນີ້ໄດ້ເລີ່ມລົງມືກໍ່ສ້າງໃນເດືອນມິຖຸນາ 2018 ແລະ ສຳ ເລັດລົງໃນວັນທີ 10 ມັງກອນ 2019 ຊຶ່ງເປັນອາຄານຮຽນຖາວອນຊັ້ນດຽວປະກອບມີ 6 ຫ້ອງຮຽນຂະໜາດຍາວ 8x42 ແມັດ, ກ້ວາງ 6x7 ແມັດລະບຽງກ້ວາງ 2 ແມັດ, ນອກນີ້ມູນນິທິດັ່ງກ່າວຍັງໄດ້ກໍ່ສ້າງນໍ້າລິນ ແລະມອບອຸປະກອນກິລາຈຳນວນໜຶຶຶຶຶຶຶຶຶຶຶຶຶຶ່ງໃຫ້ແກ່ໂຮງຮຽນຕື່ມອີກ.

------------------

ໜັງສືພິມເສດຖະກິດ-ສັງຄົມ