ງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 21 ໄດ້ອັດລົງ

  ພາຍຫຼັງດຳເນີນໄປເປັນ ເວລາ 5 ວັນ ດ້ວຍການເຄື່ອນໄຫວຟົດຟື້ນຫຼາຍຢ່າງ, ຕອນຄໍ່າວັນທີ 27 ພະຈິກ, ງານມະໂຫລານຮູບເງົາ ສສ ຫວຽດນາມຄັ້ງທີ 21 ດ້ວຍຫົວຂໍ້ວ່າ “ສ້າງພື້ນຖານອຸດສາຫະກຳຮູບເງົາຫວຽດນາມ ດ້ວຍ ສີສັນຊາດ, ວັດທະນະທຳມະນຸດ, ປະດິດຄິດສ້າງ ແລະເຊື່ອມໂຍງ” ໄດ້ອັດລົງຢ່າງເປັນທາງການຢູ່ ແຂວງ ບ່າເຣ້ຍ-ຫວູງເຕົ່າ.

ກ່າວຄຳເຫັນທີ່ພິທີອັດ, ທ່ານ ຕະກວາງດົງ ຮອງລັດຖະມົນຕີກະຊວງວັດທະນະທຳ,ກີລາ ແລະທ່ອງ ທ່ຽວຫວຽດນາມ ຢືນຢັນວ່າ: ຜົນສຳເລັດຂອງງານມະໂຫລານຮູບ ເງົາຫວຽດນາມ ຄັ້ງທີ 21 ແມ່ນ ບາດກ້າວສໍາຄັນໃນການນຳຮູບເງົາຫວຽດນາມ ມຸ່ງໄປເຖິງພື້ນຖານອຸດສາຫະກຳຮູບເງົາປະດິດຄິດສ້າງ ແລະເຊື່ອມໂຍງ, ທ່ານກ່າວ ວ່າ: “ງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 21 ວາງຄາດ ໝາຍຈຸດສຸມແມ່ນມີຄຸນນະພາບ ແລະລັກສະນະມືອາຊີບ, ມຸ່ງໄປເຖິງ ຜົນງານຮູບເງົາທີ່ເຂັ້ມຂຸ້ນໄປດ້ວຍ ສີສັນຊາດ, ເນື້ອໃນເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ສິລະປະ, ສະແດງລັກສະນະໃໝ່ອ່ຽມ, ປະດິດຄິດສ້າງ, ເປັນເຈົ້າການເຊື່ອມ ໂຍງເຂົ້າກັບສາກົນຢ່າງມີປະສິດທິ ຜົນ.”

------------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ