4 ອາຫານອັນຕະລາຍຕໍ່ລູກນ້ອຍ ເຮັດໃຫ້ພັດທະນາການຊ້າ

  ອາຫານເປັນສິ່ງທີ່ສໍາຄັນສໍາລັບພັດທະນາການຂອງເດັກນ້ອຍ, ຖ້າຫາກກິນອາຫານທີ່ບໍ່ມີປະໂຫຍດ, ບໍ່ມີຄຸນຄ່າທາງສານອາຫານກໍອາດເຮັດໃຫ້ພັດທະນາການທາງສະໝອງ ແລະຮ່າງກາຍຂອງລູກຊ້າກວ່າ ປົກກະຕິ.

  • ເຂົ້າໜົມທີ່ມີປະລິມານນໍ້າຕານສູງຈະເຮັດໃຫ້ເດັກນ້ອຍເປັນໂລກອ້ວນ, ມັນຍັງມີສ່ວນທຳລາຍສະໝອງຂອງເດັກນຳອີກ, ເພາະວ່ານໍ້າຕານຟລຸກໂຕສ ທີ່ຢູ່ໃນເຂົ້າໜົມຫວານຈະສົ່ງຜົນຕໍ່ການຫຼັ່ງສານອິນ ຊູລິນເຮັດໃຫ້ສະໝອງປະມວນຜົນຜິດພາດ,ເຮັດວຽກ ໜ້ອຍລົງ ແລະສົ່ງຜົນເສຍຕໍ່ອາລົມ, ຄວາມຄິດຂອງ ເດັກນ້ອຍ.
  • ອາຫານຈານດ່ວນ ເປັນອາຫານທີ່ບໍ່ມີຄຸນຄ່າ ທາງໂພຊະນາການ, ເນື່ອງຈາກສານອາຫານທີ່ບໍ່ຄົບຖ້ວນ, ສຳລັບເດັກນ້ອຍທີ່ຢູ່ໃນໄລຍະກໍາລັງຈະເລີນເຕີບໂຕຖ້າບໍລິໂພກອາຫານຈານດ່ວນຫຼາຍເກີນໄປຈະເຮັດໃຫ້ໄດ້ຮັບສານອາຫານທີ່ບໍ່ພຽງພໍຊຶ່ງຈະສົ່ງຜົນຕໍ່ການພັດທະນາຂອງສະໝອງ ແລະການຮຽນ ຮູ້ຂອງເດັກນ້ອຍໃນໄລຍະຍາວ.
  • ຊາ ແລະກາເຟ ເປັນເຄື່ອງດື່ມທີ່ບໍ່ເໝາະສົມກັບເດັກນ້ອຍເພາະສານຄາເຟອິນໃນຊາ ແລະກາເຟຈະສົ່ງ ຜົນໃຫ້ປະສາດຕື່ນຕົວ,ນອນບໍ່ຫຼັບຊຶ່ງຈະສົ່ງຜົນກະທົບ ໂດຍກົງຕໍ່ພັດທະນາການທາງສະໝອງຂອງ ເດັກນ້ອຍ
  • ອາຫານແຊ່ແຂງ ແລະອາຫານເຄິ່ງສຳເລັດຮູບ ເປັນອາຫານທີ່ບໍ່ຄວນໃຫ້ເດັກນ້ອຍໃນໄວຮຽນກິນ ເປັນປະຈຳ, ເພາະອາຫານປະເພດນີ້ຕ້ອງໄດ້ຜ່ານຂະບວນການຕ່າງໆ ເພື່ອເຮັດໃຫ້ອາຫານຢູ່ໄດ້ເປັນເວລາດົນ,ເປັນຫານທີ່ສົ່ງຜົນກະທົບຕໍ່ລະບົບປະສາດສ່ວນກາງ ແລະຍັງເພີ່ມຄວາມສ່ຽງໃຫ້ແກ່ເດັກເມື່ອໃຫຍ່ ຂຶ້ນອາດເຮັດໃຫ້ເປັນໂລກສະໝອງເສື່ອມໄດ້.

    ------------------------

    ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ