ຄີມແທຮີ ຢືນຢັນກັບມາສະແດງຊີຣີ ໃນຮອບ 5 ປີ

 ຫຼັງຈາກທີ່ຫ່າງຫາຍຈາກໜ້າຈໍໂທລະພາບໄປດົນເພື່ອໃຫ້ຄວາມສຳຄັນກັບການເບິ່ງແຍງຄອບຄົວໃນຖານະແມ່ລູກສອງໃນທີ່ສຸດນາງຟ້າແຫ່ງ ສ.ເກົາຫຼີ ຄິມ ແທຮີ ກໍພ້ອມຈະກັບມາສະແດງຊີຣີອີກຄັ້ງໃນຮອບ 5 ປີ ທາງຊ່ອງ tvN ໃນຊີຣີເລື່ອງ ‘Hi Bye, Mama!’ ຊຶ່ງຊີຣີເລື່ອງນີ້ມີກຳນົດອອກອາກາດວັນເສົາ-ວັນທິດຕົ້ນປີ 2020.

  ໂດຍຊີຣີເລື່ອງ ‘Hi Bye, Mama!’ ຈະເລົ່າເລື່ອງລາວ ຂອງ ຜີແມ່ ຊາຢູຣິ (ຮັບບົດໂດຍຄິມແທຮີ) ທີ່ຍັງມີຄວາມເຊື່ອມໂຍງກັບໂລກມະນຸດຫຼັງຈາກທີ່ຕ້ອງປະເຊີນໜ້າກັບຄວາມຕາຍໃນອຸບັດ ເຫດທີ່ບໍ່ຄາດຝັນ ແລະນີ້ຍັງເປັນເລື່ອງທຳອິດທີ່ຄິ ແທຮີກັບມາສະແດງຮູບເງົາອີກຄັ້ງຫຼັງຈາກທີ່ໃຫ້ກຳເນີດລູກສາວທັງສອງຄົນ, ນອກຈາກນາງເອກຄົນດັງແລ້ວຍັງມີອີກະຢູຄະຢອງທີ່ມາຮັບບົດເປັນໂຈຄັງຮວາສາມີຂອງລາວທີ່ປະຈຸບັນກາຍເປັນພໍ່ໝ້າຍທີ່ເປັນສັນຍາກຳແພດຕົກຢູ່ໃນສະພາຍາກລໍາບາກພາຍ ຫຼັງສູນເສຍພັນລະຍາໄປຫຼັງຈາກນັ້ນ ໂຈຄັງຮວາຄຽດໜັກເຮັດໃຫ້ນິໄສປ່ຽນໄປ, ເມື່ອພັນລະຍາທີ່ຈາກໄປກັບມາ ຢ່າງບໍ່ຄາດຄິດ ແລະເບິ່ງຄືປົກກະ ຕິກັບຕອນຍັງມີຊີວິດຢູ່ຊີວິດຂອງ ໂຈຄັງຮວາ ກໍປ່ຽນໄປອີກຄັ້ງຊຶ່ງມີພຽງລູກສາວ (ໂຈຄັງຮວາ) ເທົ່ານັ້ນທີ່ຈະເຫັນຜີໄດ້.

-------------

ໜັງສືິພິມເສດຖະກິດ-ສັງຄົມ