ເມືອງລະມາມ ຈັດງານປະເພນີ ບຸນຊ່ວງເຮືອປະຈຳປີ

  ໃນວັນທີ 1 ທັນວາ2019 ນີ້ ເມືອງລະມາມ ແຂວງເຊກອງ ໄດ້ຈັດງານປະເພນີບຸນຊ່ວງເຮືອປະຈຳປີ 2019 ທີ່ແມ່ນໍ້າເຊກອງ, ເຂົ້າຮ່ວມມີທ່ານ ຄໍາເຜີຍ ບຸດດາ ວຽງ ເຈົ້າແຂວງເຊກອງ, ມີທ່ານ ຫວງຽນຈຽງເຊິນ ຮອງເຈົ້ານະຄອນຕາມກີ ແຂວງກວາງນາມ ສສ ຫວຽດນາມ, ທ່ານ ຂັນຕີ ສີລະວົງສາເຈົ້າເມືອງລະມາມ, ປະ ທານຊີ້ນໍາຄະນະກໍາມະການຈັດງານບຸນຊ່ວງເຮືອປະຈໍາປີ 2019, ມີຄະນະປະຈຳພັກແຂວງ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ, ຕາງໜ້າພັກ-ລັດຈາກແຂວງຈໍາປາສັກ , ສາລະວັນ ແລະອັດຕະປື, ພ້ອມດ້ວຍບັນດານັກທຸລະກິດ, ນັກສີພາຍ 3 ແຂວງ ແລະປະຊາຊົນພາຍໃນເມືອງ, ຕ່າງເມືອງ, ຕ່າງແຂວງ ແລະຕ່າງປະເທດເຂົ້າຮ່ວມ ຢ່າງຄັບຄາໜາແໜ້ນ.

ສະໜັບສະໜຸນໂດຍ: HONDA

  ທ່ານ ຂັນຕີ ສີລະວົງສາ ເຈົ້າເມືອງລະມາມ ໄດ້ໃຫ້ກຽດຂຶ້ນກ່າວເປີດງານປະເພນີບຸນຊ່ວງເຮືອປະຈຳປີ 2019 ຢ່າງເປັນທາງການວ່າ: ງານບຸນຊ່ວງເຮືອປະເພນີຂອງຊາວແຂວງເຊກອງປະ ຈຳປີ 2019 ໄດ້ຈັດຂຶ້ນໃນທ່າມ ກາງບັນຍາກາດທີ່ທົ່ວພັກ-ທົ່ວກຳ ລັງປະກອບອາວຸດ ແລະທົ່ວປວງ ຊົນບັນດາເຜົ່າກຳລັງເບີກບານມ່ວນຊື່ນຕໍ່ກັບການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ  44 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກທັງຊາດຄົບ ຮອບ 99 ປີ ຕິດພັນກັບສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມ 3 ຂັ້ນຂອງພັກຢ່າງເປັນຂະບວນຟົດຟື້ນ,ປະເພນີຊ່ວງເຮືອແມ່ນບຸນປະເພນີອັນໜຶ່ງທີ່ເຄີຍຈັດຕັ້ງປະຕິ ບັດກັນມານັບແຕ່ປີ 1990 ເປັນຕົ້ນມາໂດຍໄດ້ກຳນົດເອົາຕົ້ນ ເດືອນທັນວາກ່ອນ ຫຼືຫຼັງວັນຊາດຂອງທຸກໆປີເປັນມື້ຈັດງານ, ຊຶ່ງໃນປີນີ້ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດລວມມີ 23 ລຳ, ມີ 27 ຄະນະ, ເປັນສີພາຍເພດຍິງມີ 4 ຄະນະໃນນັ້ນມີນັກກີລາເຮືອຊ່ວງມາຈາກຕ່າງແຂວງເຂົ້າຮ່ວມແຂ່ງຂັນນຳ ທັງໝົດ 3 ລຳຊຶ່ງມາຈາກແຂວງ ຈຳປາສັກ, ແຂວງສາລະວັນ ແລະ ແຂວງອັດຕະປື ເປັນນັກກີລາເຮືອຊ່ວງເພດຊາຍ, ໃຊ້ເວລາການແຂ່ງຂັນ 1 ວັນ; ພິເສດຍັງມີການປະກວດເຮືອງາມ (ໃຫຍ່-ນ້ອຍ), ພາຍໃນງານຍັງມີຮ້ານວາງສະແດງສີນຄ້າຫັດຖະກຳທີ່ຜະລິດຈາກປະຊາຊົນພາຍໃນເມືອງ, ຜົນຜະລິດກະສິກຳ, ຕະຫຼາດນັດ ແລະ ອື່ນໆ.

   ຜົນການແຂ່ງຂັນໃນປີນີ້ທີມຊະນະເລີດເຮືອປະເພນີໃຫຍ່ຊາຍ (35-40 ສີພາຍ) ແມ່ນຫ້ອງວ່າການແຂວງເຊກອງ, ເຮືອສູດໃຫຍ່ຊາຍ (35-40 ສີພາຍ) ແມ່ນ ແຂວງສາລະວັນ ໄດ້ຮັບຂັນເງິນຂອງທ່ານເຈົ້າເມືອງ 1 ໜ່ວຍ, ເງິນສົດ 12 ລ້ານກີບ, ເຮືອປະເພນີຊາຍ (19-22 ສີພາຍ) ແມ່ນ ບ້ານໂມ, ເຮືອປະເພນີຍິງ (19-22 ສີພາຍ) ແມ່ນບ້ານເພຍໃໝ່, ເຮືອເຄິ່ງສູດເຄິ່ງປະເພນີຊາຍແມ່ນເມືອງລະມາມ, ເຮືອສູດຊາຍ (19-22 ສີພາຍ) ແມ່ນພະແນກໂຍທາທິການ ແລະຂົນສົ່ງແຂວງເຊກອງ ໄດ້ຮັບຂັນເງິນ 1 ໜ່ວຍ, ເງິນສົດ 10 ລ້ານກີບ ແລະຊະນະເລີດເຮືອງາມ (ໃຫຍ່ 35-40 ສີພາຍ) ແມ່ນພະແນກກະສິກໍາ ແລະປ່າ ໄມ້ແຂວງ, ໄດ້ຮັບເງິນສົດ 1 ລ້ານ ກີບ, ທີ 2 ເຮືອງາມ (ນ້ອຍ19-22 ສີພາຍ) ແມ່ນບ້ານໂມໄດ້ຮັບເງິນສົດ 1 ລ້ານກີບ ແລະໄດ້ຮັບລາງວັນຊົມເຊີຍມີ 10 ລາງວັນ ລາງວັນລະ 1 ລ້ານກີບ, ໂດຍໃຫ້ກຽດມອບລາງວັນຊະນະເລີດເພດຊາຍ-ເພດຍິງ ໂດຍແມ່ນຂັນຕີ ສີລະວົງສາ ເຈົ້າເມືອງລະມາມ.

----------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ