11 ວິທີເບິ່ງແຍງສຸຂະພາບໃນລະດູໜາວ

   ອາກາດໜາວອາດເຮັດໃຫ້ເຮົາບໍ່ສະບາຍໄດ້ເຮົາຈຶ່ງຄວນເບິ່ງແຍງຮ່າງກາຍໃຫ້ແຂງແຮງສະເໝີພ້ອມຮັບກັບລະດູໜາວມື້ນີ້ເຮົາເລີຍມີເຄັບລັບດີໆໃນການເບິ່ງແຍງສຸຂະພາບໃນໜ້າໜາວມາຝາກກັນ.

  1. ຮັບປະທານອາຫານທີ່ມີປະໂຫຍດຄົບ 5 ໝູ່ຢ່າງພຽງພໍ.
  2. ດື່ມນ້ຳຫຼາຍໆ.
  3. ອອກກຳລັງກາຍສະໝ່ຳສະເໝີ.
  4. ພັກຜ່ອນໃຫ້ພຽງພໍ.
  5. ຫຼີກລ້ຽງການສູບຢາ, ດື່ມເຫຼົ້າ ແລະຢາເສບຕິດຕ່າງໆເນື່ອງຈາກອາດເຮັດໃຫ້ສຸຂະພາບເສື່ອມໂຊມຕິດເຊື້ອໄດ້ງ່າຍ.
  6. ໃຊ້ຜ້າປິດປາກ, ປິດດັງເວລາໄອຈາມ ແລະເມື່ອເຈັບປ່ວຍມີອາການໄອ, ຈາມຕ້ອງແຍກຕົວບໍ່ໃຫ້ຢູ່ໃກ້ກັບຜູ້ອື່ນໝັ່ນລ້າງມື ແລະຫຼີກລ່ຽງການໄປ ໃນທີ່ຊຸມຊົນເພື່ອປ້ອງກັນການແພ່ເຊື້ອໄປສູ່ຜູ້ອື່ນ.
  7. ຫຼີກລ່ຽງການຢູ່ໃກ້ຊິດກັບຜູ້ທີ່ມີອາການໄຂ້, ໄອ, ເຈັບຄໍ ແລະບໍ່ໃຊ້ສິ່ງຂອງສ່ວນຕົວຮ່ວມກັນເຊັ່ນຜ້າເຊັດໜ້າຜ້າເຊັດຕົວແກ້ວນ້ຳຈານຄວນໃຊ້ບ່ວງເມື່ອຮັບປະທານອາຫານຮ່ວມກັບຜູ້ອື່ນ.
  8. ຮັບປະທານອາຫານສະອາດ ແລະປຸງສຸກໃໝ່ໆ
  9. ລ້າງມືເລື້ອຍໆດ້ວຍນ້ຳສະອາດ ແລະສະບູ.
  10. ຮັກສາຄວາມອົບອຸ່ນຂອງຮ່າງກາຍໃນໄລຍະລະດູໜາວຫຼືໄລຍະທີ່ມີອາກາດປ່ຽນແປງ.
  11. ໃສ່ເຄື່ອງໃຫ້ເໝາະກັບສະພາບອາກາດຫຼັງອາບນ້ຳຄວນທາໂລຊັນຫຼືນ້ຳມັນທາຜິວປ້ອງກັນຮິມສົບແຫ້ງແຕກນຳລິບມັນບໍ່ຄວນເລຍຮິມສົບເລື້ອຍໆ.