ພາຍຸພັດເຂົ້າຟິລິບປິນເສຍຊີວິດເພີ່ມເປັນ 10 ຄົນ

  ຟິລິບປິນແຈ້ງວ່າຍອດຜູ້້ເສຍຊີວິດຈາກພາຍຸໃຕ້ຝຸ່ນຄຳມູຣິ ທີ່ພັດເຂົ້າແຂວງທາງພາກໃຕ້ຂອງນະຄອນຫຼວງມະນີລາໃນວັນທີ 2 ທັນວາທີ່ຜ່ານມາເພີ່ມເປັນ 10 ຄົນແລ້ວ.

ຕາມຂ່າວຕ່າງປະເທດລາຍງານວ່າຫົວໜ້າຄະນະກຳມະການຈັດການ ແລະ ຫຼຸດຄວາມສ່ຽງໄພພິບັດແຫ່ງຊາດຂອງຟິລິບປິນລະບຸໃນວັນທີ 4 ທັນວາ ວ່າຈົນເຖິງ ປະຈຸບັນນີ້ຍັງມີຜູ້ປະສົບໄພພັກຢູ່ສູນອົບພະຍົບປະມານ 345.000 ຄົນ ເພື່ອລໍຖ້າເຈົ້າໜ້າທີ່ອະນຸຍາດໃຫ້ກັບເຮືອນເພາະພາຍຸໃຕ້ຝຸ່ນຄຳມູຣິສ້າງຄວາມເສຍຫາຍຄັ້ງໃຫຍ່ເຊັ່ນ: ຕົ້ນໄມ້ລົ້ມ, ຫຼັງຄາເຮືອນປີວ, ຫ້ອງການເສຍຫາຍຢ່າງໃດກໍຕາມການທີ່ທາງການບັງຄັບອົບພະຍົບປະຊາຊົນ ແລະ ກຽມການ ລ່ວງໜ້າກ່ອນພາຍຸພັດເຂົ້າມາຊ່ວຍຫຼຸດການສູນເສຍຊີວິດລົງໄດ້ຫຼາຍສຳລັບຜູ້ເສຍຊີວິດທັງ 10 ຄົນ ໃນຂະນະນີ້ເຄິ່ງໜຶ່ງຢູ່ເຂດບິໂກລທາງພາກກາງອີກເຄິ່ງໜຶ່ງຢູ່ທາງໃຕ້ຂອງນະຄອນຫຼວງມະນີລາ.

ສຳນັກງານອຸຕຸນິຍົມວິທະຍາຟິລິບປິນແຈ້ງວ່າພາຍຸໄຕ້ຝຸ່ນຄຳມູຣິອ່ອນກຳລັງລົງແລ້ວໂດຍມີຄວາມໄວລົມສູງສຸດຢູ່ທີ່ 100 ກິ ໂລແມັດຕໍ່ຊົ່ວໂມງຄາດວ່າອອກ ຈາກຟິລິບປິນໃນຄືນວັນທີ 4 ທັນວາ.

-----------------

ໜັງສືພີມເສດຖະກິດ-ສັງຄົມ