ອີຢູເພີ່ມໂກຕານໍາເຂົ້າຊີ້ນງົວອາເມລິກາ

ລັດຖະສະພາເອີຣົບມີມະຕິເຫັນດີເພີ່ມໂກຕານໍາເຂົ້າຊີ້ນງົວອາເມລິກາ ຫວັງຫຼຸດຄວາມເຄັ່ງຕຶງທາງການຄ້າລະຫວ່າງສອງຝ່າຍ.

ຕາມຂ່າວຕ່າງປະເທດລາຍງານວ່າລັດຖະສະພາເອີຣົບມີມະຕິເຫັນດີໃຫ້ເພີ່ມໂກຕານໍາເຂົ້າຊີ້ນງົວຈາກອາເມລິກາຫຼາຍຂຶ້ນໂດຍຫວັງຈະຫຼຸດຜ່ອນຄວາມເຄັ່ງຕຶງທາງການຄ້າລະຫວ່າງສອງຝ່າຍຂະນະດຽວກັນກໍຮຽກຮ້ອງໃຫ້ ທ່ານ ໂດນັລທຣຳ ຜູ້ນໍາເອເມລິກາຍົກເລີກການເກັບພາສີນໍາເຂົ້າໂລຫະ ແລະ ອະລູມິນຽມທີ່ນໍາເຂົ້າຈາກເອີຣົບລວມທັງໂຈະການຂຶ້ນພາສີນໍາເຂົ້າລົດ ແລະ ອາໄຫຼ່ລົດ ຈາກເອີຣົບ, ທັງນີ້ລັດຖະສະພາເອີຣົບມີມະຕິດອະນຸມັດດ້ວຍຄະແນນສຽງ 475 ຕໍ່140 ຄະແນນ ແລະ ບໍ່ອອກສຽງ 71 ທ່ານ ໃຫ້ເພີ່ມອັດຕາສ່ວນໂກຕາການນໍາເຂົ້າຊີ້ນງົວຈາກອາເມລິກາຫຼາຍຂຶ້ນເປັນ 35.000 ໂຕນ ຈາກໂກຕານໍາເຂົ້າຊີ້ນງົວຈາກປະເທດນອກເອີຣົບທັງໝົດທີ່ກຳນົດໄວ້ 45.000 ໂຕນ, ທ່ານ ເບິນ ແລງ ປະທານຄະນະກຳມາທິການໆຄ້າ ແຫ່ງລັດຖະສະພາເອີຣົບລະບຸວ່າ ຕ້ອງການຫຼຸດຄວາມເຄັ່ງຕຶງທາງການຄ້າກັບອາເມລິກາ ແລະ ເຮົາກໍຕ້ອງການທີ່ຈະເຫັນຄວາມພະຍາຍາມໃນແບບດຽວກັນໃນການຫຼຸດຄວາມເຄັ່ງຕຶງສອງຟາກມະຫາສະໝຸດແອດແລນຕິກ.

ທັງນີ້ ສະຫະພາບເອີຣົບຍັງໄດ້ຮຽກຮ້ອງໃຫ້ລັດຖະບານອາເມລິກາຫັນມາເຈລະຈາຮ່ວມກັນເພື່ອຫາທາງອອກຈາກຄວາມຂັດແຍ້ງເລື່ອງການອຸດໜູນທີ່ບໍ່ເປັນທຳຕໍ່ຜູ້ຜະລິດເຮືອບິນລາຍໃຫຍ່ຂອງທັງສອງຝ່າຍຄືແອບັສຂອງເອີຣົບ ແລະ ໂບອິ້ງຂອງອາເມລິກາທີ່ມີມາດົນນານ.

----------------

ໜັງສືພີມເສດຖະກິດ-ສັງຄົມ