ຈີນຕັ້ງເປົ້າຂາຍລົດໄຟຟ້າໃຫ້ໄດ້ 25% ພາຍໃນ 6 ປີ

ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີການສື່ສານຂອງ ສປ ຈີນ ສະເໜີໃຫ້ຈັດເຮັດໂຄງການທີ່ຈະສ້າງຫຼັກປະກັນວ່າລົດໃໝ່ທີ່ຈຳໜ່າຍໃນປະເທດພາຍໃນປີ 2025 ຕ້ອງເປັນລົດໄຟຟ້າຢ່າງໜ້ອຍ 25% ເພື່ອຫຼຸດມົນລະພິດທາງອາກາດ.

ຕາມຂ່າວຕ່າງປະເທດລາຍງານວ່າມາດຕະການດັ່ງກ່າວມີຂຶ້ນຫຼັງຈາກລັດຖະບານຍົກເລີກການໃຫ້ງົບອຸດໝູນຜູ້ຜະລິດລົດໃນປີນີ້ຂະນະທີ່ຍອດຂາຍລົດໄຟຟ້າ ໃນເດືອນກັນຍາທີ່ຜ່ານມາທຽບກັບປີກ່ອນໜ້າຕົກລົງໄປເຖິງ 34%  ເຖິງແມ່ນວ່າຈີນຈະເປັນປະເທດທີ່ມີຕະຫຼາດລົດພະລັງງານທາງເລືອກໃໝ່ທີ່ໃຫຍ່ທີ່ສຸດກໍຕາມ, ກະ ຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງຈີນລະບຸໃນຮ່າງຂໍ້ສະເໜີວ່າຍອດຂາຍລົດພາຍໃນປະເທດ 25% ຕ້ອງເປັນລົດໄຮບຣິດ ຫຼື ລົດໄຟຟ້າພາຍໃນປີ 2025 ສ່ວນໜຶ່ງເພື່ອຫຼຸດມົນລະພິດທາງອາກາດ ແລະ ຫຼຸດການເພີ່ງພານໍາເຂົ້ານໍ້າມັນຈາກຕ່າງປະເທດຂະນະທີ່ຈີນເອງ ຈະພັດທະນາເຕັກໂນໂລຊີແບັດເຕີຣີສຳລັບລົດໄຟຟ້າ, ພັດທະນາໂຄງສ້າງພື້ນຖານເພື່ອລົດພະລັງງານໄຮໂດຣເຈນລວມໄປເຖິງລົດບໍ່ມີຄົນຂັບ.

ທັງນີ້ ຮ່າງຂໍ້ສະເໜີດັ່ງກ່າວຊຶ່ງລະບຸກອບການພັດທະນາຂະແໜງອຸດສາຫະກຳລົດໄຟຟ້າເອົາໄວ້ນັບຕັ້ງແຕ່ປີ 2021 ເຖິງປີ 2035 ຈະເປີດໃຫ້ມີການອອກ ຄວາມຄິດເຫັນຈາກສາທາລະນະຈົນເຖິງວັນທີ 9 ທັນວາ.

---------------

ໜັງສືພີມເສດຖະກິດ-ສັງຄົມ