ຍີ່ປຸ່ນ ຊ່ວຍປັບປຸງການສຶກສາຂັ້ນພື້ນຖານໃຫ້ແກ່ເດັກນ້ອຍ

  ວັນທີ 3 ທັນວາ 2019 ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍ ເຫຼືອລ້າຈຳນວນ 526.999 ໂດລາ ເພື່ອຊ່ວຍເຫຼືອການປັບປຸງການສຶກສາຂັ້ນພື້ນຖານໃຫ້ແກ່ເດັກນ້ອຍຊົນເຜົ່າກຸ່ມນ້ອຍທີ່ແຂວງອຸດົມໄຊ ພິທີເຊັນສັນຍາໂຄງການໄດ້ຖືກຈັດຂຶ້ນທີ່ສະຖານທູດຍີ່ປຸ່ນ, ລະຫວ່າງທ່ານ ທາເກວາກະເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ແລະທ່ານ ນາງ ຊູຊູມູ ຣະຄຸມິໂກະ ຜູ້ຈັດການໂຄງການ ຂອງອົງການແພລນສາກົນປະຈຳປະເທດຍີ່ປຸ່ນ(Plan International Japan) ຊຶ່ງເປັນອົງການບໍ່ຫວັງຜົນກໍາໄລຈາກປະເທດຍີ່ປຸ່ນ ທີ່ລິເລີ່ມ ແລະຈັດການໂຄງການ ດັ່ງກ່າວ, ສຳລັບການເຊັນສັນຍາຊ່ວຍເຫຼືອຄັ້ງນີ້ແມ່ນການສະໜັບສະໜູນທຶນປີທຳອິດຂອງໂຄງການ ທີ່ມີອາຍຸ3 ປີ.

ສຳລັບໂຄງການທີ່ມີຊື່ວ່າ“ການ ສຶກສາຂັ້ນພື້ນຖານສຳລັບເດັກ ນ້ອຍຊົນເຜົ່າກຸ່ມນ້ອຍທີ່ແຂວງອຸດົມໄຊ” ໃນປີທຳອິດນີ້ເອງມີເປົ້າໝາຍທີ່ຈະປັບປຸງຄຸນນະພາບການ ສຶກສາຂັ້ນພື້ນຖານ ແລະກະກຽມກ່ອນເຂົ້າຮຽນໃຫ້ແກ່ເດັກນ້ອຍ ຊົນເຜົ່າກຸ່ມນ້ອຍທີ່ເມືອງປາກ ແບງ, ແຂວງອຸດົມໄຊ,ໂຄງການ ດັ່ງກ່າວຈະຍົກລະດັບຄວາມສາມາດຜູ້ຝຶກສອນ ແລະຜູ້ປົກຄອງ ໃນລະດັບກ່ອນ ແລະລະຫວ່າງປະຖົມສຶກສາທີ່ເມືອງປາກແບງ, ໂຄງ ການນີ້ຈະກໍ່ສ້າງຫ້ອງຮຽນຊັ້ນ ກ່ອນປະຖົມສຶກສາໃຫ້ໂຮງຮຽນ 9 ແຫ່ງ (ໂຮງຮຽນ 3 ແຫ່ງຕໍ່ປີ), ການຝຶກອົບຮົມຄູບາອາຈານ ແລະ ຜູ້ປົກຄອງໃຫ້ແກ່ທຸກໂຮງຮຽນເປົ້າໝາຍຈະຖືກຈັດຕັ້ງຕໍ່ປີນັບແຕ່ປີທຳອິດຫາປີທີ 3.

ອົງການແພລນສາກົນຕ້ອງ ການທີ່ຈະເຫັນໂລກທີ່ເດັກນ້ອຍທຸກ ຄົນຮັບຮູ້ເຖິງທ່າແຮງບົ່ມຊ້ອນ ຂອງພວກເຂົາ ແລະພະຍາຍາມ ທີ່ຈະເຮັດໃຫ້ໂລກເຮົາຍົກສູງສິດທິ ເດັກນ້ອຍ ແລະຄວາມສະເໝິພາບ ໃຫ້ແກ່ເດັກນ້ອຍຍິງ, ພວກເຂົາເຮັດ ວຽກນຳເດັກນ້ອຍ, ໂຮງຮຽນ ແລະ ລັດຖະບານທົ່ວທຸກມູມຂອງໂລກ ລວມເປັນຈຳນວນຫຼາຍກວ່າ 70 ປະເທດ.

----------------------

 ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ