ສະຖາບັນຂົງຈື ສ້າງກິດຈະກຳທີ່ໂຮງຮຽນ ມສ ໂພນໂຮງ

  ເມື່ອທ້າຍເດືອນຜ່ານມາທີ່ໂຮງຮຽນມັດທະຍົມສົມບູນ (ມສ) ໂພນໂຮງ ເມືອງໂພນໂຮງ ແຂວງ ວຽງຈັນ ສະຖາບັນຂົງຈືຈັດກິດຈະກຳສົ່ງເສີ່ມວັດທະນະທຳຈີນ ໃນໂຮງຮຽນປະຈຳປີ 2019 ເປັນກຽດ ເຂົ້າຮ່ວມທ່ານ ນາງ ແສງເພັດ ຕາງໜ້າທູດ ສປ ຈີນ ປະຈຳລາວ, ທ່ານ ທອງຂຽນ ລັດຖະຂຽນ ຕາງໜ້າພະແນກສຶກສາ ແລະກີລາປະຈຳແຂວງວຽງຈັນ, ທ່ານ ອາຈານສົມບັດ ແກ້ວສຸດທິວົງ ຜູ້ອຳນວຍ ການໂຮງຮຽນມັດທະຍົມສົມບູນໂພນໂຮງ ມີບັນດາຄູ-ອາຈານ,ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ເພື່ອເປັນການຈັດຕັ້ງປະຕິບັດຕາມໜັງສືແຈ້ງການຂອງສະຖານ ທູດ ສປ ຈີນ ປະຈຳລາວສະບັບ ເລກທີ 255, ລົງວັນທີ 4 ພະຈິກ 2019 ວ່າດ້ວຍການຈັດກິດຈະກຳ ສົ່ງເສີມວັດທະນະທໍາຈີນໃນໂຮງ ຮຽນດັ່ງກ່າວເພື່ອເພີ່ມທະວີຄວາມ ເຂົ້າໃຈຂອງນັກຮຽນລາວຕໍ່ປະເທດຈີນ, ສຶບຕໍ່ໂຄສະນາຄວາມຮູ້ ດ້ານວັດທະນະທຳຈີນ ກິດຈະກຳທີ່ສະຖາບັນຂົງຈືໄດ້ມາສ້າງຂະບວນການໃນຄັ້ງນີ້ມີກິດຈະກຳຕັດເຈ້ຍ ຈີນ, ແຕ້ມຮູບເທິງຈານເຈ້ຍ, ມວຍ ໄທເກັກ, ຮ້ອງເພັງພາຈີນ, ສຳເນົາຕົວໜັງສືຈີນ ແລະກິດຈະກຳສຳເນົາຮູບພາບຕົວສັດໃນການດຳ ເນີນກິດຈະກຳດັ່ງກ່າວຍັງໄດ້ຮັບຟັງການຮ້ອງເພັງຈີນເປັນກຸ່ມ ແລະ ຮັບຊົມບົດຟ້ອມຂອງໂຮງຮຽນມັດ ທະຍົມສົມບູນໂພນໂຮງ ເພື່ອເປັນ ການແລກປ່ຽນວັດທະນະທຳທັງ ສອງຊາດໃນກິດຈະກຳແຕ່ລະປະເພດຄູ-ອາຈານກໍ່ໄດ້ໃຫ້ຄວາມຮູ້ ຖ່າຍທອດເຕັກນິກ, ອະທິບາຍວິທີ ການແຕ້ມ, ການຟັງ, ການອອກ ສຽງສຳນຽງພາສາຈີນ ໃຫ້ແກ່ນ້ອງໆນັກຮຽນນ້ອງນັກຮຽນແຕ່ລະນ້ອງກໍ່ໄດ້ມີຄວາມສົນໃຈໃນກິດຈະກຳຕ່າງໆ ຢ່າງຕັ້ງໜ້າ ແລະ ເອົາໃຈໃສ່ຮຽນຮູ້ເພື່ອສ້າງໃຫ້ມີ ແນວຄິດຈິນຕະນາການເພື່ອເອົາ ໄປໜູນໃຊ້ເຂົ້າໃນການຮຽນໃນຂັ້ນຕໍ່ໄປ.

ທ່ານ ນາງ ແສງເພັດຕາງໜ້າສະຖານທູດ ສປ ຈີນ ປະຈຳລາວ ກໍ່ໄດ້ສະແດງຄວາມຂອບອົກຂອບ ໃຈມາຍັງໂຮງຮຽນດັ່ງກ່າວທີ່ໃຫ້ການຕ້ອນຮັບດ້ວຍຄວາມອົບອຸ່ນເປັນມິດທີ່ດີ ແລະກໍ່ໃຫ້ຄວາມສະດວກແກ່ຂະບວນການສະຖາບັນ ຂົງຈື ທີ່ມາສ້າງກິດຈະກຳດັ່ງກ່າວ ໃຫ້ມີຄວາມໝາຍລະວ່າງສອງຊາດເພື່ອແລກປ່ຽນວັດທະນະທຳ ເຊິ່ງກັນ ແລະກັນ.

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ