ໂຮງຮຽນມັດທະຍົມຕົ້ນບ້ານທ່າຊ່ວງ ໄດ້ຮັບເຄື່ອງຊ່ວຍເຫຼືອ

 ວັນທີ 4 ທັນວາ 2019 ຜ່ານມາ ທ່ານ ນາງ ດາວວິນ ລາດສະກິດ ຮອງເຈົ້າເມືອງຫົງສາ ໄດ້ມອບເຄື່ອງເສື້ອຜ້າ, ໝີ່ໄວໆ ແລະເຂົ້າສານໃຫ້ນ້ອງນັກຮຽນຢູ່ທີ່ໂຮງ ຮຽນມັດທະຍົມຕົ້ນບ້ານທ່າຊ່ວງ, ມີຈຳນວນ 21 ນ້ອງ, ເຂົ້າຮ່ວມມອບເຄື່ອງໃນຄັ້ງນີ້ມີທ່ານ ປ່ຽນ ຈິນດາ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ມີຄູ-ອາຈານ, ນັກຮຽນ ແລະນາຍບ້ານທ່າ ຊ່ວງເຂົ້າຮ່ວມ, ຕາງໜ້ານ້ອງນັກ ຮຽນຮັບເຄື່ອງໃນຄັ້ງນີ້ໂດຍແມ່ນ ທ່ານ ວັນໄຊ ຊັບໝັ້ນ ອຳນວຍ ການໂຮງຮຽນມັດທະຍົມຕົ້ນບ້ານ ທ່າຊ່ວງ.

ຈຸດປະສົງຂອງການລົງມາ ມອບເຄື່ອງໃນຄັ້ງນີ້ແມ່ນເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ແກ່ນ້ອງນັກ ຮຽນທີ່ມີຖານະຄອບຄົວຍາກຈົນ, ຂາດເຂີນ, ຫ່າງໄກຊອກຫຼີກ, ທີ່ມາພັກເຊົາຢູ່ຫໍພັກໂຮງຮຽນ ແລະ ເພື່ອເປັນການສົ່ງເສີມໃຫ້ເຂົາເຈົ້າ ໄດ້ເຂົ້າເຖີງການສຶກສາຕາມເກນ ອາຍຸໄວຮຽນ, ເພາະເດັກນ້ອຍໃນ ວັນນີ້ກໍ່ຄືຜູ້ໃຫຍ່ໃນວັນໜ້າຊຶ່ງເຄື່ອງທີ່ນຳມາມອບໃຫ້ຄັ້ງນີ້ແມ່ນໄດ້ມາຈາກກອງທຶນປ້ອງກັນ ແລະຄວບຄຸມໄພພິບັດຂອງເມືອງ.

ສະໜັບສະໜຸນໂດຍ: HONDA

ໃນໂອກາດນີ້ທ່ານ ນາງ ດາວວິນ ລາດສະກິດ ຮອງເຈົ້າເມືອງ ຫົງສາກໍ່ໄດ້ໃຫ້ກຽດໂອ້ລົມ ຊຶ່ງໄດ້ແນະນຳໃຫ້ນ້ອງນັກຮຽນຈົ່ງພ້ອມ ກັນເອົາໃຈໃສ່ຕັ້ງໃຈສຶກສາຮໍ່າ ຮຽນ, ເຄົາລົບຄູ-ອາຈານ, ພໍ່ແມ່, ຜູ້ອາວຸໂສ, ຜູ້ນໍາເພື່ອພັດທະນາຕົນ ເອງໃຫ້ກາຍເປັນນັກຮຽນດີ, ຮຽນ ເກັ່ງ, ເປັນເດັກຄຳຮູ້ຂອງພໍ່ແມ່ ແລະຄູ-ອາຈານ, ພ້ອມນັ້ນກໍ່ໄດ້ ເນັ້ນໜັກໃຫ້ຄູ-ອາຈານຢູ່ໃນໂຮງ ຮຽນແຫ່ງນີ້ຈົ່ງເອົາໃຈໃສ່ສິດສອນ ນ້ອງນັກຮຽນຢ່າງເອົາໃຈໃສ່ໃຜ ຮຽນອ່ອນກໍ່ຕ້ອງໄດ້ສອນເພີ່ມເພື່ອບໍາລຸງໃຫ້ເຂົາເຈົ້າ, ເພື່ອກ້າວເປັນ ນັກຮຽນເກັ່ງໃຫ້ສາມາດສົ່ງເຂົ້າ ເສັງນັກຮຽນເກັ່ງລະດັບເມືອງ, ລະດັບແຂວງ ແລະກ້າວໄປສູ່ລະດັບປະເທດ.

 --------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ