ວິທີປະຢັດແບັດເຕີຣີກັບເຄື່ອງແອນດຣອຍ

  ບັນຫາເລື່ອງສະມາດໂຟນ ແບັດໝົດໄວເປັນສິ່ງທີ່ຫຼາຍໆຄົນເຄີຍພົບແນ່ນອນວ່າຫາກເຮົາໃຊ້ ງານໜັກ ແລະຕໍ່ເນື່ອງກໍເປັນການຍາກທີ່ຈະໃຫ້ສະມາດໂຟນໃຊ້ງານ ໄດ້ຕະຫຼອດວັນທີ່ຍາວນານຍິ່ງສະມາດໂຟນທີ່ມີໜ້າຈໍໃຫຍ່ຈໍສະວ່າງຄົມຊັດຮອງຮັບການໃຊ້ແອພພລິເຄຊັນທີ່ຫຼາກຫຼາຍກໍຍິ່ງກິນແບັດເຕີຣີ.

ແຕ່ທັງນີ້ເຮົາກໍພໍມີວິທີທີ່ຈະຊ່ວຍປະຢັດການໃຊ້ພະລັງງານຢູ່ ເພື່ອໃຫ້ສະມາດໂຟນລະບົບແອນ ດຣອຍສາມາດໃຊ້ງານໄດ້ດົນຂຶ້ນ ມີເຕັກນິກດັ່ງນີ້:ເຮົາຕ້ອງຮູ້ວ່າ ແບັດເຕີຣີຂອງແອນດຣອຍນັ້ນເຮັດ ວຽກແນວໃດນີ້ເປັນສິ່ງທຳອິດທີ່ຕ້ອງຮູ້ເນື່ອງຈາກສະມາດໂຟນສ່ວນໃຫຍ່ໃຊ້ແບັດເຕີຣີລີທຽມໄອອອນ ຫຼື ລິທຽມໂພລິເມີທັງສອງ ແບບນີ້ແທ້ຈິງແລ້ວກໍຄືລິທຽມໄອອອນທັງນັ້ນແບັດເຕີຣີແບບນີ້ເຮົາຈະສາມາດຈະຊາກໄຟຕອນໃດກໍ ໄດ້ບໍ່ຕ້ອງຖ້າໃຫ້ແບັດໝົດກ່ອນ ແລ້ວຍັງບໍ່ຈຳເປັນຕ້ອງຊາກຈົນ ເຕັມ 100 ກ່ອນຈະນຳໄປໃຊ້ການ ເຮັດແບບນີ້ຈະບໍ່ກໍ່ໃຫ້ເກີດບັນຫາ ໃດໆເພາະບັນຫາຈະເກີດຈາກການທີ່ເຫຼືອພະລັງງານນ້ອຍເກີນໄປ ຫຼາຍກວ່າ-ການໃຊ້ວອລເປເປີສີ ດຳສະນິດຊ່ວຍໃຫ້ໃຊ້ແບັດເຕີຣີ ໄດ້ດົນຂຶ້ນ ຫຼື ອາດຈະເລືອກແບກ ກຣາວສີເຂັ້ມກໍໄດ້ເພາະການໃຊ້ສີ ດຳ ຫຼື ສີເຂັ້ມນັ້ນກິນພະລັງງານ ນ້ອຍກວ່າພາບທີ່ມີສີສັນ ຫຼື ໜ້າຈໍທີ່ມີຄວາມສະວ່າງຫຼາຍ-ປິດການ ທຳງານ Google Hotwords ນັ້ນຄືເຮັດໃຫ້ໂທລະສັບບໍ່ຕ້ອງຮັບຟັງຫຍັງຫຼາຍໃຫ້ໄປທີ່ Google Setting ແລ້ວເລືອກ Voice ຈາກນັ້ນໜ້າຖັດໄປໃຫ້ເລືອກ OK Google detection ໃນເມນູນີ້ ຈະເປັນທາງເລືອກທີ່ດີສຳລັບການ ປະຢັດແບັດເຕີຣີແຕ່ຖ້າທ່ານເປັນ ແຟນ OK Google ກໍໃຫ້ເລືອກ From the Google app ເພື່ອ ໃຫ້ແນ່ໃຈວ່າອຸປະກອນຂອງທ່ານ ຈະຟັງສະເພາະເວລາທີ່ທ່ານຢູ່ໃນ Google app-ອັບເດດ App ຢູ່ສະເໝີເພາະແອັບທີ່ໄດ້ຮັບການພັດທະນາ ຫຼື ປັບປຸງໃໝ່ມັກຈະມີຄຸນ ສົມບັດທີ່ດີກວ່າລວມທັງໃນເລື່ອງ ເມໂມຣີ ແລະແບັດເຕີຣີດ້ວຍການອັບເດດເປັນປະຈຳເຮັດໃຫ້ໝັ້ນໃຈ ໄດ້ວ່າແອັບທີ່ໃຊ້ເປັນລຸ້ນດີທີ່ສຸດໃຊ້Greenify ແອັບນີ້ຈະຊ່ວຍພັກ ແອັບທີ່ບໍ່ໄດ້ໃຊ້ງານເປັນແອັບຟຣີທີ່ຊ່ວຍປະຢັດແບດເຕີຣີໄດ້ຈິງຢ່າປັບແສງແບບອັດຕະໂນມັດການ ໃຊ້ການປັບຄວາມສະວ່າງອັດຕະໂນມັດນັ້ນສະດວກແຕ່ເຮົາສາມາດ ປັບເອງໃຫ້ຢູ່ໃນຈຸດທີ່ເຮົາເບິ່ງແລ້ວສະບາຍຕາໄດ້ດີກວ່າ ແລະການປັບ ອັດຕາໂນມັດນັ້ນກໍກິນພະລັງງານຫຼາຍເກີນຄວາມຈຳເປັນ.

-------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ