3 ສະໝຸນໄພ ຊ່ວຍລ້າງພິດ ແລະຟື້ນຟູ ລະບົບຕ່າງໆ ຂອງຮ່າງກາຍ

  ນໍ້າໝາກແຕງ, ໝາກນາວ ແລະຜັກຫອມລາບເຄື່ອງດື່ມນີ້ຈະຊ່ວຍລ້າງພິດ ແລະຟື້ນຟູລະບົບຕ່າງໆ ຂອງຮ່າງກາຍຂອງເຈົ້າໄດ້ຢ່າງງ່າຍໆ ເປັນເຄື່ອງດື່ມທີ່ເຮັດໄດ້ບໍ່ຫຍຸ້ງຍາກ ແລະບໍ່ເປືອງໃຊ້ ເວລາໃນການກຽມບໍ່ຫຼາຍສາມາດເກັບໄວ້ດື່ມໄດ້ດົນສູງສຸດເຖິງ 15 ມື້.

 ສ່ວນປະກອບ:

  1. ນໍ້າສະອາດສຳລັບບໍລິໂພກ 2 ລີດ.
  2. ໝາກນາວ 2 ໜ່ວຍ.
  3. ໝາກແຕງ 1 ໜ່ວຍ.
  4. ໃບຫອມລາບ 10 ໃບ.

ວິທີເຮັດ:ນໍາເອົາສ່ວນປະກອບທັງໝົດລ້າງໃຫ້ສະອາດຈາກນັ້ນໃຫ້ຊອຍໝາກນາວ ແລະໝາກແຕງໄວ້ເປັນແວ່ນໆຕື່ມໃບຫອມລາບແລ້ວປະສົມໃຫ້ເຂົ້າກັນນຳໃສ່ ພາຊະນະທີ່ພຽງພໍສຳລັບສ່ວນປະສົມລວມທັງໝົດເຖິງນໍ້າອີກ 2 ລີດດ້ວຍປິດຝາໃຫ້ແຈບ ແລະນຳເຂົ້າຕູ້ເຢັນຫຼັງຈາກນັ້ນນໍາມາດື່ມມື້ລະ 2 ແກ້ວ ທຸກມື້ ຈົນກວ່າຈະໝົດ.

------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ