ຫວຽດນາມ-ມຽນມາ ຮ່ວມມືດ້ານການສຶກສາ

ສະຖານທູດ ສສ ຫວຽດນາມ ປະຈຳມຽນມາສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ແລະ ກະຊວງສຶກສາມຽນມາຈັດຕັ້ງເວທີປາໄສສຶກສາຫວຽດນາມ-ມຽນມາ.

ຕາມຂ່າວສານຫວຽດນາມລາຍງານວ່າໄວທີປາໄສນີ້ໄດ້ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາຢູ່ນະຄອນຢ້າງກຸ້ງ, ນີ້ແມ່ນໂອກາດເພື່ອໃຫ້ບັນດາມະຫາວິທະຍາໄລຫວຽດນາມເຂົ້າໃກ້ກັບບັນດາມະຫາວິທະຍາໄລ ແລະ ໂຮງຮຽນມັດທະຍົມຕອນປາຍຢູ່ມຽນມາຫຼາຍກ່ວາເກົ່າອີກ, ໃນເວທີປາໄສ, ຜູ້ຕາງໜ້າກະຊວງສຶກສາ ແລະບຳ ລຸງສ້າງຫວຽດນາມໄດ້ແບ່ງປັນບັນດາຂໍ້ມູນຂ່າວສານຢ່າງລະອຽດກ່ຽວກັບໂຄງການທຶນສຶກສາ CLMV ຂອງລັດຖະບານຫວຽດນາມທີ່ສະຫງວນໃຫ້ແກ່ 3 ປະເທດກຳປູເຈຍ, ສປປ ລາວ ແລະ ມຽນມາ (CLM)ໂດຍໄດ້ຮັບການປະຕິບັດແຕ່ປີ 2018. ຕາມນັ້ນແລ້ວ, ແຕ່ລະປີຫວຽດນາມຈະພິຈາລະນາສະໜອງທຶນສຶກສາ 60 ທຶນໃຫ້ແກ່ 3 ປະເທດ CLM.

ບັນດາຜູ້ແທນຝ່າຍມຽນມາກໍ່ໄດ້ຕັ້ງບັນດາຄຳຖາມອັນແທດຈິງທີ່ກ່ຽວຂ້ອງເຖິງລະບຽບການຈົດທະບຽນຮັບທຶນສຶກສາກໍ່ຄືບັນດາເນື້ອໃນທີ່ກ່ຽວຂ້ອງເຖິງຂະແໜງການຮຽນ, ໂຄງການບຳລຸງສ້າງຢູ່ບັນດາໂຮງຮຽນຂອງຫວຽດນາມ, ພ້ອມທັງສະແດງຄວາມຊົມເຊີຍ ແລະ ປາດຖະໜາວ່າບັນດານັກລົງທຶນຫວຽດນາມຈະເຂົ້າ ລວມການລົງທຶນເຂົ້າໃນຂົງເຂດການສຶກສາຂອງປະເທດນີ້.

-----------------

ໜັງສືພີມເສດຖະກິດ-ສັງຄົມ