ໄພແຫ້ງແລ້ງກະທົບຜົນຜະລິດກາເຟອິນໂດເນເຊຍ

    ສະຖານະການໄພແຫ້ງແລ້ງໃນອິນໂດເນເຊຍກຳລັງສົ່ງຜົນກະທົບຕໍ່ຊາວກະສິກອນຜູ້ປູກກາເຟເນື່ອງຈາກສົ່ງຜົນໃຫ້ການເກັບກ່ຽວເມັດກາເຟໃນປີໜ້າມີຜົນຜະລິດໜ້ອຍລົງສູ່ລະດັບຕໍ່າສຸດໃນຮອບ 10 ປີ.

ຕາມຂ່າວຕ່າງປະເທດລາຍງານວ່າອິນໂດເນເຊຍເປັນປະເທດຜູ້ຜະລິດກາເຟລາຍໃຫຍ່ທີ່ເປັນອັນດັບ 3 ຂອງໂລກ ໂດຍກາເຟໂຣບັສຕາ ຊຶ່ງເປັນວັດຖຸດິບໃນການ ເຮັດກາເຟສຳເລັດຮູບສ່ວນຫຼາຍເພາະປູກຢູ່ຕອນໃຕ້ຂອງເກາະສຸມາດຕາທີ່ກຳລັງປະສົບໄພແຫ້ງແລ້ງຂະນະທີ່ກາເຟອາຣາບິກ້າເພາະປູກໃນບໍລິເວັນຕອນເໜືອຂອງເກາະສຸມານດຕາ ແລະ ເກາະຊວາ, ທ່ານ ໂມລີໂຢໂນ ໂຊຊິໂລ ຫົວໜ້າແຜນການແປຮູບກາເຟຊະນິດພິເສດຂອງອິນໂດເນເຊຍປະເມີນວ່າ ຄວາມແຫ້ງແລ້ວຈະສົ່ງຜົນໃຫ້ຜົນຜະລິດກາເຟຂອງອິນໂດເນເຊຍຫຼຸດລົງເຫຼືອພຽງ 10 ລ້ານເປົ໋າ    (ເປົ໋າລະ 60 ກິໂລກຣາມ) ໃນເດືອນເມສາ 2020 ຈາກ 11,5-12 ລ້ານເປົ໋າໃນປີນີ້ຊຶ່ງນັບວ່າເປັນຜົນຜະລິດທີ່ໜ້ອຍທີ່ສຸດນັບຕັ້ງແຕ່ປີ 2011-2012, ໄພແຫ້ງແລ້ງຄັ້ງນີ້ຂ້ອນຂ້າງຮຸນແຮງ ໂດຍມີປະລິມານຝົນໜ້ອຍຫຼາຍໃນແຂວງລໍາປຸງໜຶ່ງໃນສາມຂອງແຂວງທີ່ມີການຜະລິດກາເຟສູງທີ່ສຸດໃນອິນໂດເນເຊຍໂດຍໄດ້ຮັບຜົນກະທົບຫຼາຍທີ່ສຸດດ້ວຍຜົນຜະລິດຫຼຸດລົງປະມານ 40% ໃນປີໜ້າເນື່ອງຈາກຕົ້ນກາເຟຂາດນໍ້າ ແລະ ການອອກດອກບໍ່ດົກ.

ທັງນີ້ ແຂວງລໍາປຸງ, ເບງກູລູ ແລະ ສຸມາດໃຕ້ໄດ້ຮັບການຂະນານນາມວ່າເປັນສາມຫຼຽມຄຳແຫ່ງກາເຟເນື່ອງຈາກເປັນພື້ນທີ່ເພາະປູກການເຟຕົ້ນຕໍຫຼາຍກວ່າ 70% ຂອງທັງປະເທດຊຶ່ງໄພແຫ້ງແລ້ງຄັ້ງນີ້ຈຶ່ງອາດສົ່ງຜົນໃຫ້ຕົ້ນທຶນຂອງກາເຟເອສເພສໂຊ່ເພີ່ມສູງຂຶ້ນໃນອິນໂດເນເຊຍ.

----------------

ໜັງສືພີມເສດຖະກິດ-ສັງຄົມ