ຍອດເກີນດຸນການຄ້າອົດສະຕຣາລີຫຼຸດລົງ

 ສຳນັກງານສະຖິຕິແຫ່ງຊາດອົດສະຕຣາລີ (ABS) ເປີດ ເຜີຍໃນທ້າຍອາທິດທີ່ຜ່ານມາວ່າຍອດເກີນດຸນການຄ້າໃນເດືອນຕຸລາທີ່ຜ່ານມາຫຼຸດລົງສູ່ລະດັບ 4,5 ຕື້ໂດລາສະຫະລັດຈາກເດືອນກັນຍາຢູ່ທີ່ລະດັບ 6,8 ຕື້ໂດລາ.

ຕາມຂ່າວຕ່າງປະເທດລາຍງານວ່າສຳນັກງານສະຕິແຫ່ງຊາດອົດສະຕຣາລີລະບຸວ່າ ຍອດສົ່ງອອກຂອງອົດສະຕຣາລີຫົດຕົວລົງ 3% ໃນເດືອນຕຸລາ ເນື່ອງຈາກລາຄາສິນຄ້າໃນກຸ່ມຊັບພະຍາກອນປັບຕົວຫຼຸດລົງຊຶ່ງລວມເຖິງແຮ່ທາດ ແລະ ຖ່ານຫີນຂະນະທີ່ຍອດນໍາເຂົ້າຍັງຄົງທີ່, ນອກຈາກນີ້ ສຳນັກງານສະຖິຕິແຫ່ງຊາດອົດສະຕຣາລີເປີດເຜີຍວ່າຍອດຄ້າຍ່ອຍຄົງທີ່ໃນເດືອນຕຸລາກົງກັນຂ້າມກັບນັກວິເຄາະຄາດຄະເນວ່າຈະເພີ່ມຂຶ້ນເນື່ອງຈາກ ຍອດຂາຍໃນຮ້ານຄ້າຍ່ອຍ ແລະ ຫ້າງຊັບພະສິນຄ້າປັບຕົວຫຼຸດລົງ, ສ່ວນຄ້າຍ່ອຍທີ່ອ່ອນແອຂອງອົດສະຕຣາລີສະທ້ອນໃຫ້ເຫັນວ່າ ການປັບຫຼຸດອັດຕາດອກເບ້ຍ ແລະ ມາດຕະການຫຼຸດຜ່ອນພາສີຂອງລັດຖະບານນັ້ນບໍ່ສາມາດກະຕຸ້ນການໃຊ້ຈ່າຍຂອງຂະແໜງຄົວ ເຮືອນ.

ສຳນັກງານສະຖິຕິແຫ່ງຊາດອົດສະຕຣາລີລາຍງານວ່າຕົວເລກຜະລິດຕະພັນພາຍໃນ (ຈີດີພີ)ໄຕມາດ 3 ຂອງປີນີ້ຂະຫຍາຍຕົວ 1,7% ເມື່ອທຽບລາຍປີ ຊຶ່ງສອດຄ່ອງກັບການຄາດຄະເນຂອງນັກວິເຄາະແຕ່ຫາກປຽບທຽບເປັນລາຍໄຕມາດ ຈີດີພີ ໄຕມາດ 3 ຂອງອົດສະຕຣາລີຂະຫຍາຍຕົວພຽງ 0,4% ຊຶ່ງຕໍ່າກວ່ານັກວິເຄາະຄາດຄະເນວ່າຈະຂະຫຍາຍຕົວ 0,5%.

----------------

ໜັງສືພີມເສດຖະກິດ-ສັງຄົມ